(VOVWORLD) - ຜູ້ນຳໜ້າທຳນຽບຂາວປະກາດວ່າ ທ່ານໄດ້ເຊັນລັດຖະດຳລັດຈັດວາງອັດຕາພາສີທົ່ວໂລກ 10% ຕາມມາຕາ 122 ຂອງກົດໝາຍວ່າດ້ວຍການຄ້າປີ 1974 ດ້ວຍຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ.
ໃນບົດຂຽນເອົາລົງໃນສື່ສັງຄົມ Truth Social ໃນຕອນຄ່ຳວັນທີ 21 ກຸມພາ, ຕາເວລາ ວໍຊິງຕັນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດວ່າສືບຕໍ່ຍົກລະດັບອັດຕາພາສີທົ່ວໂລກສຳລັບບັນດາສິນຄ້ານຳເຂົ້າ ອາມເລິກາ ແຕ່ 10% (ປະກາດໃນວັນທີ20 ກຸມພາ) ຂຶ້ນ 15%. ປະທານາທິບໍດີ ອາເມລິກາ ຢືນຢັນວ່າ ອັດຕາພາສີນີ້ມີຜົກບັງຄັບໃຊ້ໃນທັນທີ ແລະ “ໄດ້ກັຮບການກວດກາດ້ານກົດໝາຍແລ້ວ”. ການກະທຳດັ່ງກ່າວເກີດຂຶ້ນພາຍຫຼັງສາສູງສຸດ ອາເມລິກາ ອອກຄຳຕັດສິນປະຕິເສດສ່ວນຫຼາຍບັນດາມາດຕະການພາສີອາກອນເລິກເຊິ່ງກ້ວາງຂວາງ ຊື່ງອຳນາດການປົກຄອງຂອງ ປະທານາທິບໍດີ Trump ນຳໃຊ້ກ່ອນນັ້ນ.
ກ່ອນໜ້ານັນ, ວັນທີ 20 ກຸມພາ, ພາຍຫຼັງສານສູງສຸດ ອາເມລິກາ ປະຕິເສດບັນດາລະດັບອັດຕາພາສີອາກອນນຳເຂົ້າສົມທົບໃນລວງກ້ວາງ ຂອງ ປະທານາທິບໍດີ Donald Trump ອີງຕາມກົດໝາຍວ່າດ້ວຍສິດເສດຖະກິດດ່ວນສາກົນ (IEEPA), ຜູ້ນຳໜ້າທຳນຽບຂາວປະກາດວ່າ ທ່ານໄດ້ເຊັນລັດຖະດຳລັດຈັດວາງອັດຕາພາສີທົ່ວໂລກ 10% ຕາມມາຕາ 122 ຂອງກົດໝາຍວ່າດ້ວຍການຄ້າປີ 1974 ດ້ວຍຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ, ໃນນັ້ນ, ຍົກເວັ້ນບັນຊີລາຍຊື່ບັນດາຜະລິດຕະພັນ ອອກຈາກເລື່ອງຖືກຈັດວາງອັດຕາພາສີໃໝ່, ລວມມີ: ຊີ້ງົວ, ໝາກເລັ່ນ, ໝາກກ້ຽງ, ຢຸກຢາ, ລົດໂດຍສານ….