(VOVWORLD) - ໄລ່ຮອດປັດຈຸບັນ, ມີເຮືອນຢູ່ 34.759 ຫຼັງຂອງປະຊາຊົນທີ່ຖືກເປ່ເພຍ້ອນໄພພິບັດທຳມະຊາດ ໄດ້ຮັບການສ້ອມແປງສຳເລັດ 100% ແລ້ວ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ |
ຕອນເຊົ້າວັນທີ 07 ມັງກອນ ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມຮັບຟັງການລາຍງານຄວາມຄືບໜ້າໃນການປະຕິບັດ “ບັ້ນເຄື່ອນໄຫວ ກວາງຈູງ” ສ້ອມແປງ, ປຸກສ້າງເຮືອນໃໝ່ໃຫ້ແກ່ບັນດາຄອບຄົວທີ່ຖືກຜົນເສຍຫາຍຈາກໄພທຳມະຊາດຄັ້ງຜ່ານມາຢູ່ບັນດາແຂວງເຂດພາກກາງ - ເຕີຍງວຽນ ຢ່າງຮີບດ່ວນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:
“ວັນທີ 19 ມັງກອນ 2026 ຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ດັ່ງນັ້ນ, ປະຊາຊົນຕ້ອງມີເຮືອນຢູ່, ໃນຊຸມວັນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ຄວາມໝາຍຂອງບັ້ນເຄື່ອນໄຫວ ກວາງຈູງ ນີ້ສຳຄັນຄືແນວນັ້ນ. ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນສຳຫຼວດກວດຄືນ, ມີເຮືອນຢູ່ແລ້ວຕ້ອງມີ ໂທລະທັດ, ຕູ້ເຢັນ. ເພາະວ່ານອກຈາກເຮືອນຖືກພັງທະລາຍແລ້ວ, ເຄື່ອງຂອງຂອງພໍ່ແມ່ປະຊາຊົນຍັງຖືກເສຍຫາຍອີກດ້ວຍ”.
ບັນຍາກາດກອງປະຊຸມ |
ຕາມການລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມຢູ່ກອງປະຊຸມ, ໂດຍປະຕິບັດ “ບັ້ນເຄື່ອນໄຫວກວາງຈູງ”, ໄລ່ຮອດປັດຈຸບັນ, ມີເຮືອນຢູ່ 34.759 ຫຼັງຂອງປະຊາຊົນທີ່ຖືກເປ່ເພຍ້ອນໄພພິບັດທຳມະຊາດ ໄດ້ຮັບການສ້ອມແປງສຳເລັດ 100% ແລ້ວ. ສ່ວນຈຳນວນເຮືອນຫຼັງຕ່າງໆທີ່ຖືກພັງຖະຫຼົ່ມຕ້ອງກໍ່ສ້າງໃໝ່ນັ້ນ ໄລ່ຮອດປັດຈຸບັນປຸກສ້າງສຳເລັດໄດ້ 1.046 ຫຼັງ, ບັນລຸ 65,5%. ສ່ວນທີ່ຍັງເຫຼືອ, ບັນດາແຂວງກໍພວມມານະພະຍາຍາມເພື່ອປຸກສ້າງສຳເລັດຕາມກຳນົດເວລາທີ່ວາງອອກ.