ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - GCC ແລະ ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ອາ​ຣັບ​ບີ ຊະ​ອຸ​ດິ

(VOVWORLD) - ການເດີນທາງຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີຄວາມໝາຍສຳຄັນ, ທັງພ້ອມກັບບັນດາປະເທດ ອາຊຽນ ສະແດງທີ່ຕັ້ງໃໝ່, ເອກະລາດ, ສາມັກຄີ, ການພັດທະນາ, ທັງປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ ຫວຽດນາມ ກັບ ອາຣັບບີ ຊະອຸດິ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - GCC ແລະ ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ອາ​ຣັບ​ບີ ຊະ​ອຸ​ດິ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: chinhphu.vn)

ວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວເປີເຊຍ (GCC) ແລະ ຢ້ຽມຢາມລາຊະອານາຈັກ ອາຣັບບີ ຊະອຸດິ ແຕ່ວັນທີ 18  - 20 ຕຸລາ, ຕາມຄຳເຊີນຂອງເຈົ້າຊີວິດ ອາຣັບບີ ຊະອຸດິ Salman bin Abdulaziz Al Saud.

        ການເດີນທາງຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີຄວາມໝາຍສຳຄັນ, ທັງພ້ອມກັບບັນດາປະເທດ ອາຊຽນ ສະແດງທີ່ຕັ້ງໃໝ່, ເອກະລາດ, ສາມັກຄີ, ການພັດທະນາ, ທັງປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ ຫວຽດນາມ ກັບ ອາຣັບບີ ຊະອຸດິ. ຜ່ານນັ້ນ, ປະກອບສ່ວນປັບປຸງສາຍພົວພັນຮ່ວມມືລະຫວ່າງສອງອົງການສຳຄັນແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດອ່າວເປີເຊຍ, ຊຸກຍູ້ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ ຫວຽດນາມ - ອາຣັບບີ ຊະອຸດິ.


ຕອບກັບ

ຂ່າວ/ບົດ​ອື່ນ