ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະນາທິບໍດີ Joe Biden ເຂົ້າຮ່ວມກອງປະຊຸມຂັ້ນສູງ ຫວຽດນາມ - ອາເມລິກາ ກ່ຽວກັບການລົງທຶນ ແລະ ນະວັດຕະກຳ

(VOVWORLD) -   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ວິສາຫະກິດສອງປະເທດສະຫງວນເວລາ, ກຳລັງເຫື່ອແຮງ, ພຸມປັນຍາ, ແຫຼ່ງກຳລັງບຸລິມະສິດໃຫ້ແກ່ການລົງທຶນໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ພິເສດແມ່ນການຫັນເປັນດີຈີຕອນ, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ການເຕີບໂຕສີຂຽວ, ພະລັງງານທົດແທນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ເສດຖະກິດໝູນວຽນ.
ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະນາທິບໍດີ Joe Biden ເຂົ້າຮ່ວມກອງປະຊຸມຂັ້ນສູງ ຫວຽດນາມ - ອາເມລິກາ ກ່ຽວກັບການລົງທຶນ ແລະ ນະວັດຕະກຳ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພ້ອມກັນເຂົ້າຮ່ວມກອງປະຊຸມຂັ້ນສູງ ຫວຽດນາມ - ອາເມລິກາ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຝູຈ້ອງ ແຕ່ວັນທີ 10 – 11 ກັນຍາ ຕາມ, ຕອນເຊົ້າວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພ້ອມກັນເຂົ້າຮ່ວມກອງປະຊຸມຂັ້ນສູງ ຫວຽດນາມ - ອາເມລິກາ ກ່ຽວກັບການລົງທຶນ ແລະ ນະວັດຕະກຳ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈິ້ຢູ້ງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ເປັນປະທານຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ວິສາຫະກິດສອງປະເທດສະຫງວນເວລາ, ກຳລັງເຫື່ອແຮງ, ພຸມປັນຍາ, ແຫຼ່ງກຳລັງບຸລິມະສິດໃຫ້ແກ່ການລົງທຶນໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ພິເສດແມ່ນການຫັນເປັນດີຈີຕອນ, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ການເຕີບໂຕສີຂຽວ, ພະລັງງານທົດແທນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ເສດຖະກິດໝູນວຽນ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ມານະພະຍາຍາມແກ້ໄຂຜົນຮ້ານຢ້ອນຫຼັງຈາກສົງຄາມ, ປ່ຽນແປງໃໝ່ພັດທະນາເສດຖະກິດການຕະຫຼາດ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ວາງເປົ້າໝາຍຮອດປີ 2030 ຫວຽດນາມ ແມ່ນປະເທດພວມພັດທະນາມີພື້ນຖານອຸດສາຫະກຳ ທັນສະໄໝ, ມີລາຍຮັບ ປານກາງສູງ ແລະ ຮອດປີ 2045, ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

        ໂດຍເຫັນດີກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຖືວ່າ: ປະຈຸບັນແມ່ນໂອກາດ ເພື່ອໃຫ້ສອງປະເທດຊຸກຍູ້ການພົວພັນ, ບໍ່ພຽງແຕ່ໃນຂົງເຂດລົງທຶນ, ນະວັດຕະກຳເທົ່ານັ້ນ, ຫາກຍັງໃນທຸກຂົງເຂດ ເພື່ອນຳມາເຊິ່ງຄວາມວັດທະນາຖາວອນລວມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ