ນາຍົກລັດຖະມົນຕີ ລຸກຊຳບວກ ເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ ນະຄອນ ໂຮ່ຈີມິນ

(VOVWORLD) - ທີ່ສູນຕິດຕໍ່ຄ້າຂາຍຫຼັກຊັບນະຄອນ, ນາຍົກລັດຖະມົນຕີ ລຸກຊຳບວກ ໄດ້ຢ້ຽມຊົມ ແລະ ຕີຄ້ອງເປີດນັດຕິດຕໍ່ຄ້າຂາຍໃໝ່...
ນາຍົກລັດຖະມົນຕີ ລຸກຊຳບວກ ເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ ນະຄອນ ໂຮ່ຈີມິນ - ảnh 1ນາຍົກລັດຖະມົນຕີ ລຸກຊຳບວກ ໄດ້ຢ້ຽມຊົມ ແລະ ຕີຄ້ອງເປີດນັດຕິດຕໍ່ຄ້າຂາຍໃໝ່
(ພາບ:VOV)

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 5 ພຶດສະພາ, ຄະນະຜູ້ແທນຂັ້ນສູງ ລາຊະອານາຈັກ ລຸກຊຳບວກ ນຳໂດຍທ່ານນາຍົກລັດຖະມົນຕີ Xavier Bettel ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ນະຄອນ ໂຮ່ຈີມິນ.

        ທີ່ສູນຕິດຕໍ່ຄ້າຂາຍຫຼັກຊັບນະຄອນ, ນາຍົກລັດຖະມົນຕີ ລຸກຊຳບວກ ໄດ້ຢ້ຽມຊົມ ແລະ ຕີຄ້ອງເປີດນັດຕິດຕໍ່ຄ້າຂາຍໃໝ່. ທ່ານນາຍົກລັດຖະມົນຕີ Xavier Bettel ໄດ້ຕີລາຄາສູງການພັດທະນາຂອງຕະຫຼາດຫຼັກຊັບ ຫວຽດນາມ ໃນ 22 ປີຜ່ານມາ ແລະ ໃຫ້ຮູ້ວ່າ ລຸກຊຳບວກ ໄດ້ໜູນຊ່ວຍບຳລຸງສ້າງບັນດານັກຊ່ຽວຊານໃນຂົງເຂດນີ້, ຊຸກຍູ້ການຮ່ວມມືດ້ານການເງິນລະຫວ່າງສອງປະເທດ. ເມື່ອເນັ້ນໜັກບົດບາດຂອງການຮ່ວມມື, ການເຊື່ອມຕໍ່, ທ່ານນາຍົກລັດຖະມົນຕີ Xavier Bettel ຖືວ່າ: ຄວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ:

        “ພວກເຮົາຄວນມີການກະທຳ, ຮ່ວມມື, ເຊື່ອມຕໍ່ນຳກັນ, ຮັບປະກັນຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມ. ການເຊື່ອມຕໍ່ໄດ້ສວມບົດບາດສຳຄັນທີ່ສຸດ. ພວກຂ້າພະເຈົ້າມີສູນການເງິນ ລຸກຊຳບວກ ແຫ່ງໜຶ່ງ, ເອົາໃຈໃສ່ເຖິງ Fintech ທີ່ສຸດ. ຕາມການພົວພັນແລກປ່ຽນແລ້ວ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ຈະໄປຢາມ ລຸກຊຳບວກ ໃນໄລຍະຈະມາເຖິງ, ເພື່ອຊຸກຍູ້ການຮ່ວມມືດ້ານການເງິນ ແລະ ເຕັກໂນໂລຊີການເງິນ. ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈທີ່ອາດສາມາດໜູນຊ່ວຍ ດ້ານວິຊາຊີບ, ເຕັກນິກໃນຂົງເຂດນີ້”.

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ Xavier Bettel ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ລຸກຊຳບວກ ຢູ່ນະຄອນໂຮ່ຈີມິນ, ຢ້ຽມຢາມຕະຫຼາດ ເບັ່ນແທັ່ງ ແລະ ຢ້ຽມຢາມສະຖານທີ່ບາງແຫ່ງຢູ່ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ