ນາຍົກລັດຖະມົນຕີ ວານົວຕູ ສິ້ນສຸດການ ຢ້ຽມຢາມຫວຽດນາມ ຢ່າງຈົດງາມ

ນາຍົກລັດຖະມົນຕີ ວານົວຕູ ສິ້ນສຸດການ ຢ້ຽມຢາມຫວຽດນາມ ຢ່າງຈົດງາມ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ວາ​ນົວ​ຕູ ​ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ)

(vovworld) – ຕອນ​ຄໍ່າ​ວັນ​ທີ 09/10, ທ່ານ​ນາຍ​ົກລັດຖະມົນຕີ​ສ.ວາ​ນົວ​ຕູ Joe Natuman ​ເດີນທາງ​ອອກ​ຈາກ​ນະຄອນ​ໂຮ່ຈິ​ມິນ, ສິ້ນ​ສຸຸດການ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 05 – 09/10, ຕາມ​ຄຳ​ເຊີນຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ວາ​ນົວ​ຕູ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ; ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ. ທີ່​ບັນດາ​ການ​ພົບປະກັບ​ການ​ນຳຂັ້ນ​ສູງ​ຂອງຫວຽດນາມ, 2 ຝ່າຍ​ຖື​ວ່າ ຫວຽດນາມ ​ແລະ ວາ​ນົວ​ຕູ ມີ​ຄວາມ​ສາມາດ​ບົມຊ້ອນ​ໃນ​ການ​ຮ່ວມ​ມື​ຫຼາຍ​ຢ່າງ; ​ເຫັນ​ດີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ​ຂັ້ນຕ່າງໆ, ພ້ອມ​ທັງ​ສົ່ງ​ເສີມ​ກາ​ນພົວພັນ​ແລກປ່ຽນ​ປະຊາຊົນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ ວາ​ນົວ​ຕູ ​ໄດ້​ໄປ​ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ; ຢ້ຽມຢາມບາງ​ເຂດ​ປູຊະນີຍະສະຖານ​ວັດທະນະທຳ, ປະ​ຫວັດ​ສາດ​ຢູ່​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຕັກນິກ ​ແລະ ພັດ​ທະນາ.

ຂ່າວ/ບົດ​ອື່ນ