ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ມອບລາງວັນໃຫ້ແກ່ບັນດາອົງການຈັດຕັ້ງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນທາງດ້ານກະສິກຳ, ຊາວກະສິກອນ, ຊົນນະບົດ

(VOVWORLD) -ຕອນຄ່ຳວັນທີ 26 ພະຈິກ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ເຂົ້າຮ່ວມພິທີຍ້ອງຍໍມອບລາງວັນ ໃຫ້ແກ່ບັນດາອົງການຈັດຕັ້ງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນໃນການປະຕິບັດມະຕິເລກທີ 7 ຂອງສູນກາງພັກ ຊຸດທີ X ວ່າດ້ວຍກະສິກຳ, ຊາວກະສິກອນ, ຊົນນະບົດ.
ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ມອບລາງວັນໃຫ້ແກ່ບັນດາອົງການຈັດຕັ້ງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນທາງດ້ານກະສິກຳ, ຊາວກະສິກອນ, ຊົນນະບົດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ມອບລາງວັນໃຫ້ແກ່ບັນດາອົງການຈັດຕັ້ງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນທາງດ້ານກະສິກຳ, ຊາວກະສິກອນ, ຊົນນະບົດ (ພາບ:chinhphu.vn)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຢັ້ງຢືນວ່າ: ຍ້ອນການຜັນຂະຫຍາຍປະຕິບັດມະຕິດັ່ງກ່າວ ເຊິ່ງການກໍ່ສ້າງຊົນນະບົດໃໝ່ໄດ້ກາຍເປັນຂະບວນການທີ່ກ້ວາງຂວາງ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ມາຮອດປັດຈຸບັນ, ທົ່ວປະເທດມີ 42% ຈຳນວນຕາແສງບັນລຸຄາດໝາຍເປັນຕາແສງຊົນນະບົດໃໝ່. ສະມັດຕະພາບແຮງງານກະສິກຳເພີ່ມຂຶ້ນໄວ ແລະ ອັດຕາສ່ວນຄອບຄົວທຸກຍາກຢູ່ຊົນນະບົດຫຼຸດລົງຢ່າງແຮງ, ສະເລ່ຍ 1,5%/ປີ. ສະເພາະເຂດພູດອຍ, ເຂດຊົນເຜົ່າໃນຊຸມປີມໍ່ໆນີ້ຫຼຸດລົງ 4%/ປີ. ໂສມໜ້າເຂດຊົນນະບົດມີການປ່ຽນແປງຫຼາຍຢ່າງສຳລັບຊີວິດການເປັນຢູ່ຂອງຊາວກະສິກອນ ໄດ້ຮັບການປັບປຸງຢ່າງເຂັ້ມແຂງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໃຫ້ຮູ້ວ່າ:

“ມະຕິ ແລະ ເຫດການມື້ນີ້ ແມ່ນການເຊີດຊູຂອງພັກ ແລະ ລັດ ສຳລັບບັນດາບຸກຄົນ ແລະ ໝູ່ຄະນະທີ່ມີການອຸທິດສ່ວນທີ່ດີເດັ່ນໃຫ້ແກ່ພື້ນຖານກະສິກຳ ຫວຽດນາມ, ພິເສດແມ່ນຖັນແຖວນັກທຸລະກິດ, ອົງການສິນເຊື່ອ, ຊາວກະສິກອນຜູ້ດຸໝັ່ນຂະຫຍັນພຽນ, ມີຄວາມຮັບຮູ້ໄວ, ກ້າຄິດກ້າທຳ ອັນໄດ້ສ້າງບັນດາການປ່ຽນແປງທີ່ເຂັ້ມແຂງ ໃນການສ້າງໂຄງປະກອບຄືນໃໝ່, ຫັນປ່ຽນຮູບແບບການຜະລິດ, ຍູ້ແຮງການນຳໃຊ້ເຕັກໂນໂລຊີໃໝ່ທີ່ທັນສະໄໝ, ມີຫົວຄິດປະດິດສ້າງໃນການຜະລິດ, ດຳເນີນທຸລະກິດ, ຍ້ອນແນວນັ້ນ ຈຶ່ງໄດ້ສ້າງເປັນຜະລິດຕະພັນກະເສດ ຫວຽດນາມ ຫຼາຍຢ່າງທີ່ມີຄຸນນະພາບສູງ ໄດ້ປະກົດຢູ່ບັນດາທ້ອງຕະຫຼາດທີ່ຕ້ອງການຄຸນນະພາບສູງ ຄື ຍີ່ປຸ່ນ, ເອີຣົບ, ອາເມລິກາ, ບືນຕົວທັດທຽບກັບຫຼາຍເຄື່ອງໝາຍການຄ້າໃຫຍ່ໃນໂລກ, ຍາດໄດ້ຫຼາຍລາງວັນສາກົນທີ່ມີອິດທິພົນຊື່ສຽງ.

ທ່ານນາຍົກລັດຖະມົນຕີ ສະເໜີທຸກຂັ້ນ, ບັນດາຂະແໜງການຈາກສູນກາງ ແລະ ທ້ອງຖິ່ນເອົາໃສ່ວຽກງານຍ້ອງຍໍ, ສັນລະເສີນ ບັນດາບຸກຄົນ, ໝູ່ຄະນະ ທີ່ມີແນວຄວາມຄິດດີ ໃນຂົງເຂດກະສິກຳ, ຊາວກະສິກອນ, ຊົນນະບົດກວ່າເກົ່າ, ຜ່ານນັ້ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງຊາດຫຼາຍກວ່າອີກ, ໂດຍສະເພາະແມ່ນພັດທະນາຂະແໜງການກະສິກຳ, ເສີມຂະຫຍາຍກຳລັງຄວາມສາມາດຂອງຊາວກະສິກອນ, ໃນການກໍ່ສ້າງຊົນນະບົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ