ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາຜູ້ແທນລາວ

(VOVWORLD) -ວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະຖາບັນວິທະຍາສາດແຫ່ງຊາດລາວ ແລະ ທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາຜູ້ແທນລາວ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ບໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີລາວ 

ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະຖາບັນວິທະຍາສາດແຫ່ງຊາດລາວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີ 2 ຝ່າຍ ສືບຕໍ່ສຸມໃສ່ຄົ້ນຄ້ວາບັນດາເຕັກໂນໂລຊີ ທີ່ມີຄວາມສາມາດນຳໃຊ້, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄືບັນດາການຄົ້ນຄ້ວາກ່ຽວກັບການຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດທີີ່ມີຕໍ່ຫວຽດນາມ ແລະ ລາວ.

    ສ່ວນໃນການຕ້ອນຮັບ ທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດໃນໄລຍະທີ່ຜ່ານມາ ພ້ອມທັງສະເໜີ 2 ຝ່າຍສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື ປະກອບສ່ວນເພີ່ມພຸນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງດີງາມໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ