ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວ

(VOVWORLD) - ຕອນເຊົ້າວັນທີ 04 ເມສາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວ ຄຳມະນີ ອິນທິລາດ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ຄຳມະນີ ອິນທິລາດ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງທ່ານລັດຖະມົນຕີ ຄຳມະນີ ອິນທິລາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ພາຍຫລັງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 40 ເພື່ອຜັນຂະຫຍາຍບັນດາໝາກຜົນຂອງກອງປະຊຸມໃນຂົງເຂດພະລັງງານໃນທັນທີ. ເນື່ອງໃນໂອກາດບຸນປີໃໝ່ລາວ 2018, ທ່ານນາຍົກລັດຖະມົນຕີໄດ້ອວຍພອນ ປີໃໝ່ທ່ານລັດຖະມົນຕີພ້ອມດ້ວຍຄະນະ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຂອບໃຈລັດຖະບານ ລາວ ແລະ ທ່ານລັດຖະມົນຕີໃນນາມສ່ວນຕົວທີ່ໄດ້ເອົາໃຈໃສ່ ສະໜັບສະໜູນ ວິສາຫະກິດ ຫວຽດນາມ ລົງທຶນໃນບັນດາໂຄງການເຂື່ອນໄຟຟ້ານ້ຳຕົກ, ຂຸດຄົ້ນແຮ່ທາດຢູ່ ລາວ ໃນໄລຍະຜ່ານມາ.

        ທ່ານນາຍົກລັດຖະມົນຕີ ແລະ ທ່ານລັດຖະມົນຕີ ຄຳມະນີ ອິນທິລາດ ໄດ້ແລກປ່ຽນບາງເນື້ອໃນກ່ຽວກັບເລື່ອງຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດພະລັງງານ, ບໍ່ແຮ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການຮ່ວມມືລະຫວ່າງ 2 ພື້ນຖານເສດຖະກິດແມ່ນຈຳເປັນ ເພື່ອໃຫ້ 2 ຝ່າຍເສີມຂະຫຍາຍທ່າແຮງ. ທ່ານນາຍົກລັດຖະມົນຕີຖືວ່າ: ໄຟຟ້ານ້ຳຕົກ ແລະ ພະລັງງານຜະລິດຄືນໃໝ່ແມ່ນບັນດາທ່າແຮງຂອງລາວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີຝ່າຍ ລາວ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຜັນຂະຫຍາຍບັນດາໂຄງການ, ປະຕິບັດບັນດາຂໍ້ຕົກລົງເຊິ່ງໄດ້ລົງນາມ ເພື່ອຮັບປະກັນລັກສະນະເປັນໄປໄດ້, ມີປະສິດທິຜົນ, ຮັບປະກັນບັນຫາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ