​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊ​ວັນ​ຟຸກ ລົງ​ກວດ​ກາຄວາມ​ຄືບ​ໜ້າ​ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ດ່ວນ ຈຸງ​ເລືອງ - ມີ​້​ທ​້ວນ

(VOVWORLD) - ຕອນເຊົ້າວັນທີ 27 ກັນຍາ, ຢູ່ ຕຽນຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ໄດ້ລົງໄປກວດກາຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງດ່ວນຈຸງເລືອງ - ມີ້ທ້ວນ.
​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊ​ວັນ​ຟຸກ ລົງ​ກວດ​ກາຄວາມ​ຄືບ​ໜ້າ​ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ດ່ວນ ຈຸງ​ເລືອງ - ມີ​້​ທ​້ວນ - ảnh 1ທ່ານນາຍົກລັດຖະມົນຕີ ໃຫ້ກຳລັງໃຈແກ່ບັນດາຫົວໜ່ວຍກໍ່ສ້າງ (ພາບ:TTXVN)

ໃນການແລກປ່ຽນຢູ່ສະຖານທີ່ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ເຈົ້າຂອງໂຄງການລົງທຶນ, ຫົວໜ່ວຍດຳເນີນການກໍ່ສ້າງຈົ່ງມານະພະຍາຍາມສູ້ຊົນຮັບປະກັນຄວາມຄືບໜ້າທະລຸເສັ້ນທາງໃນທ້າຍປີ 2020 ແລະ ເປີດສະຫຼອງ ໃນປີ 2021       ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ລົງກວດກາສະພາບດິນເຊາະເຈື່ອນຢູ່ລະບົບຄັນຄູທະເລຈຳນວນໜຶ່ງຢູ່ ແຂວງ ຕຽນຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ