ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງພົບປະກັບຜູ້ມີສິດເລືອກຕັ້ງແລະ​ຄະ​ນະ​ພັກ​ນະ​ຄອນ​ຫາຍ​ຟ່ອງ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກພ້ອມດ້ວຍຄະນະ ສ.ສ.ຊ ນະຄອນຫາຍຟ່ອງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງສະໂມສອນ ແບກດັງ
    ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງພົບປະກັບຜູ້ມີສິດເລືອກຕັ້ງແລະ​ຄະ​ນະ​ພັກ​ນະ​ຄອນ​ຫາຍ​ຟ່ອງ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈັບມືຜູ້ມີສິເລືອກຕັ້ງ

ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກພ້ອມດ້ວຍຄະນະ ສ.ສ.ຊ ນະຄອນຫາຍຟ່ອງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງສະໂມສອນ ແບກດັງ, ລາຍງານຜົນຂອງກອງປະຊຸມສະໄໝສາມັນສະພາແຫ່ງຊາດຊຸດທີ 14 ແລະ ແລກປ່ຽນກັບ ຜູ້ມີສິດເລືອກຕັ້ງກ່ຽວກັບຫຼາຍບັນຫາທີ່ໄດ້ຮັບຄວາມສົນໃຈ.ກ່ຽວກັບການສ້າງລັດຖະບານແຫ່ງການສ້າງສັນ ແລະ ໂປ່ງໃສຢູ່ຂັ້ນເມືອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ : 

    “ ແຜນນະໂຍບາຍແມ່ນເພີ່ມທະວີການກວດກາ, ກະຕຸກຊຸກຍູ້ໃນຂະແໜງການ, ຂັ້ນຕ່າງໆກ່ໜວກັບວຽກງານນີ້. ແກ້ໄຂຢ່າງເຂັ້ມງວດບັນດາພະນັງການ, ອົງການທີີ່ມີຄວາມຜິດພາດ, ສົ່ງຜົນສະທ້ອນເຖິງແຜນນະໂຍບາຍນີ້. ພວກເຮົາຕ້ອງເພີ່ມທະວີການເປີດເຜີຍແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດຢ່າງໂປ່ງໃສ່ໃຫ່ແກ່ປະຊາຊົນ, ເພື່ອໃຫ້ປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນກວດກາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດທີ່ຍົກອອກມາຕໍ່ປະຊາຊົນ ”

     ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເຮັດວຽກກັບການນຳຫຼັກແຫຼ່ງຄະນະພັກນະຄອນຫາຍຟ່ອງກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດ-ສັງຄົມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີຫາຍຟ່ອງ ພັດທະນາພື້ນຖານໂຄງລ່າງໂດຍບໍ່ອາໄສແຫຼ່ງລົງປະມານ ແລະ ພ້ອມທັງຊີ້ນຳບັນດາກະຊວງ, ຂະແໜງການຕ້ອງໜູນຊ່ວຍຫາຍຟ່ອງ ກໍຄືທ້ອງຖ່ິ່ນອື່ນໆຕາມທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ