ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງກວາງງ້າຍປີ 2016

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງກວາງງ້າຍປີ 2016 - ảnh 1
ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ ແລະ ກ່​າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​


(vovworld)- ຕອນ​ເຊົ້າ​ວັນ​ທີ 10/8, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ ແລະ ກ່​າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງກວາງ​ງ້າຍ​ປີ 2016. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ : 

   “ ຕ້ອງ​ສ້າງ​ລະ​ບົບ​ການ​ປົກ​ຄອງ​ເພື່ອ​ວິ​ສາ​ຫະ​ກິດ, ເພື່ອ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ບົດ​ບາດ​ຕັດ​ສິນ, ເປັນ​ຕົ້ນແມ່ນ​ສຳ​ລັບ​ບັນ​ຫາ​ການ​ຈັດ​ຕັ້ງ​ກົງ​ຈັກ, ບັນ​ຫາມະ​ນຸດ. ບັນ​ຫາ​ສຳ​ຄັນ​ສຳ​ລັບ​ການ​ບໍ​ລິ​ຫານ​ລັດ​ຂອງ​ສູນ​ກາງ ແລະ ທ້ອງ​ຖິ່ນ ແມ່ນ​ຕ້ອງ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ລະ​ບົບ, ຄວນ​ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ແຕ່​ລະ​ຫົວ​ໜ່ວຍ, ພະ​ນັກ​ງານ​ແຕ່​ລະ​ຄົນ ຮັບ​ໃຊ້​ປະ​ຊາ​ຊົນ, ຮັບ​ໃຊ້​ວິ​ສາ​ຫະ​ກິດ​ໃຫ້​ນັບ​ມື້ນ​ຮັບ​ດີກວ່າ. ພວກ​ເຮົາ​ຄວນ​ມີ​ກົນ​ໄກ​ທີ່​ດີ, ສົ່ງ​ເສີມ​ຢ່າງ​ທັນ​ການ, ເໝາະ​ສົມ​ສຳ​ລັບ​ບັນ​ດາ​ພະ​ນັກ​ງານ, ອົງ​ການ​ທີ່​ເຮັດ​ວຽກ​ງານ​ເປັນ​ຢ່າງດີ”
ຂ່າວ/ບົດ​ອື່ນ