ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຮັດ​ວຽກ​ກັບສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ.

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາການເຄື່ອນໄຫວທີ່ສູນກາງຄະນະຊາວໜຸ່ມຈັດຕັ້ງໃນປີ 2018 ດ້ວຍບັນດາການເຄື່ອນໄຫວທີ່ຟົດຟື້ນ, ອຸດົມສົມບູນ, ມີຄຸນນະພາບ ແລະ ສ້າງຄວາມປະທັບໃຈຢ່າງແຮງໃນສັງຄົມ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຮັດ​ວຽກ​ກັບສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ. - ảnh 1ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການເຮັດວຽກກັບສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (ພາບ: TTXVN)

ຕອນເຊົ້າວັນທີ 20 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ກ່ຽວກັບການຕີລາຄາການປະຕິບັດກົດລະບຽບສົມທົບວຽກງານລະຫວ່າງລັດຖະບານ ແລະ ສູນກາງຄະນະຊາວໜຸ່ມ, ເພື່ອປະເມີນໝາກຜົນທີ່ບັນລຸໄດ້ໃນປີ 2018 ແລະ ຍົກອອກບັນດາເນື້ອໃນສົມທົບກັນໃນປີ 2019 ແລະ ໃນໄລຍະຈະມາເຖິງ.

ກ່າວຄຳເຫັນໄຂການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາການເຄື່ອນໄຫວທີ່ສູນກາງຄະນະຊາວໜຸ່ມຈັດຕັ້ງໃນປີ 2018 ດ້ວຍບັນດາການເຄື່ອນໄຫວທີ່ຟົດຟື້ນ, ອຸດົມສົມບູນ, ມີຄຸນນະພາບ ແລະ ສ້າງຄວາມປະທັບໃຈຢ່າງແຮງໃນສັງຄົມ. ພິເສດແມ່ນສູນກາງຄະນະຊາວໜຸ່ມໄດ້ສົມທົບ, ຮັບເອົາຄຳເຫັນຂອງບັນດາອົງການ, ເປັນຕົ້ນແມ່ນຂອງສະມາຊິກລັດຖະບານ, ໃນການເຄື່ອນໄຫວລົງເລິກວິຊາສະເພາະຈຳນວນໜຶ່ງເພື່ອໃຫ້ຂະບວນກ້າວເຂົ້າສູ່ແທດຈິງກ່ວາ.

ເພື່່ອຜັນຂະຫຍາຍບັນດາການເຄື່ອນໄຫວໃນປີ 2019 ຢ່າງມີປະສິດທິຜົນສູງກວ່າ, ທ່ານນາຍົກລັດຖະມົນຕີໄດ້ສະເໜີວ່າ: ຕ້ອງປຶກສາຫາລືກ່ຽວກັບບັນຫາເລີ່ມຕົ້ນທຸລະກິດ, ຍົກອອກບັນດາບັນຫາໃໝ່ເພື່ອການເຄື່ອນໄຫວໃນປີ 2019 ໃຫ້ດີກວ່າເກົ່າຄື ການປ່ຽນແປງໃໝ່, ປະດິດຄິດສ້າງ, ການນຳໃຊ້ຜົນງານຂອງປະຕິວັດອຸດສາຫະກຳ 4.0... ສູນກາງຄະນະຊາວໜຸ່ມສືບຕໍ່ຜັນຂະຫຍາຍບົດບາດສຳຄັນໃນລະບົບການເມືອງ, ປະກອບສ່ວນເຂົ້າໃນທິດທາງບຸກທະລຸຊຶ່ງລັດຖະບານວາງອອກເພື່ອມານະພະຍາຍາມສູ້ຊົນປະຕິບັດບັນດາໜ້າທີ່ທີ່ໄດ້ວາງອອກໃຫ້ສຳເລັດຜົນ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີຮຽກຮ້ອງທຸກພາກສ່ວນໃນລັດຖະບານ ແລະ ສູນກາງຄະນະຊາວໜຸ່ມຕ້ອງປະຕິບັດວຽກງານສົມທົບກັນໃຫ້ດີກ່ວາອີກ:

ໜ້າວຽກທີ່ໜຶ່ງແມ່ນສ້າງແບບຢ່າງຊາວໜຸ່ນໃນໄລຍະໃໝ່ດ້ວຍກຳລັງຄວາມສາມາດ, ຄຸນນະທາດ, ຈັນຍາບັນ, ຕອບສະໜອງຄວາມຕ້ອງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາວະການເຊື່ອມໂຍງເຂົ້າກັບສາກົນ ແລະ ສິ່ງທ້າທາຍຂອງປະເທດຊາດ. ດັ່ງນັ້ນ, ເລື່ອງຕັ້ງໜ້າຜັນຂະຫຍາຍລະບົບຫັນພູມປັນຍາ ຫວຽດນາມ ດີຈິຕອນ, ປຸກລຸກຄວາມຄາດຫວັງ, ຄວາມເມົາມົວດ້ານວິທະຍາສາດເຕັກໂນໂລຢີຂອງຊາວໜຸ່ນເພື່ອໃຫ້ຄະນະຊາວໜຸ່ນ ແລະ ບັນດາອົງການຕ່າງໆຂອງຊາວໜຸ່ນນັບມື້ນັບເຂັ້ມແຂງຮອບດ້ານ, ສາມາດຮັບພາລະບົດບາດອັນຫຼັກແຫຼ່ງໃນບັນດາສະມາຄົມຊາວໜຸ່ນ, ນັກສຶກສາທີ່ມີຄວາມສຳຄັນທີ່ສຸດ. ບັນດາການເຄື່ອນໄຫວເພື່ອສ້າງຕັ້ງແບບຢ່າງຂອງຊາວໜຸ່ນໃໝ່ແມ່ນຄວາມຮຽກຮ້ອງອັນໃຫຍ່ຫຼວງ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີໄດ້ເຫັນດີຕໍ່ຂໍ້ສະເໜີແນະຂອງສູນກາງຄະນະຊາວໜຸ່ມ, ມອບໝາຍໃຫ້ອົງການດັ່ງກ່າວສ້າງຕັ້ງແຜນຮ່າງດຳເນີນງານໃນໄລຍະ 2020 – 2030, ລວມມີ: ແຜນຮ່າງສຶກສາດ້ານອຸດົມການປະຕິວັດ, ຄຸນສົມບັດ, ວິທີຊີວິດໃຫ້ແກ່ຊາວໜຸ່ມເຍົາວະຊົນໃນເຄືອຂ່າຍອິນເຕີແນັດ ແລະ ໂຄງການປ້ອງກັນ ແລະ ຕ້ານຢາເສບຕິດໃນໝູ່ຊາວໜຸ່ມ, ກໍ່ສ້າງສູນເລີ່ມຕົ້ນທຸລະກິດໃຫ້ແກ່ຊາວໜຸ່ມຕາມຈິດໃຈຫັນວຽກງານມາເປັນຂອງສັງຄົມ, ສົ່ງເສີມຈິດໃຈເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່, ປະດິດຄິດສ້າງ ໃນໝູ່ຊາວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ