ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕອນຮັບ ເອກອັກຄະລັດຖະທູດ UAE ແລະ ມຽນມາ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕອນຮັບ ເອກອັກຄະລັດຖະທູດ UAE ແລະ ມຽນມາ - ảnh 1
ທ່ານນາຍົກລັດຖະມົນຕີ​ ຫງວຽນ​ເຕີນ​ຢຸງ​ຕ້ອບຮັບ
​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດອາຫຼັບ ​ເອມີ​​ເຫຼັດ ຢູ​ໄນ​ເຕບ
(ພາບ: chinhphu.vn)


(vovworld) - ຕ​ອນບ່າຍ​ວັນ​ທີ 16/04, ຢູ່​ສຳນັກງານ​ລັດຖະບານ, ທ່ານນາຍົກລັດຖະມົນຕີ​ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອບຮັບທ່ານ​ເອກ​ອັກຄະ​ລັດຖະທູດອາຫຼັບ ​ເອມີ​​ເຫຼັດ ຢູ​ໄນ​ເຕບ (UAE) Khalid Ibrihim Abdulaziz Shohail Al Qahtani ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ມຽນມາ Uyn Lai.

        ຊົມ​ເຊີຍ​ທ່ານ​ເອກ​ອັກຄະ​ລັດຖະທູດ Khalid Ibrihim Abdulaziz Shohail Al Qahtani ​ໄດ້​ຮັບ​ໜ້າທີ່​ປະຕິບັດ​ງານ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ UAE ​ໃນ​ທຸກ​ຂົງ​ເຂດກວ່າ​ອີກ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ປາ​ໄສ​ສາກົນ, ​ໂດຍ​ສະ​ເພາະແມ່ນ​ຢູ່​ສະຫະ​ປະຊາ​ຊາດ; ພ້ອມ​ກັບ​ຍູ​້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ກວ່າ​ອີກ ບົນພື້ນຖານ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​.

        ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ມຽນມາ Uyn Lai ​ເນື່ອງ​ໃນ​ໂອກາດ​ມາ​ຮັບ​ໜ້າ​ທີ່​ປະຕິບັດ​ງານໃໝ່​​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ; ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ຮ່ວມ​ມື​ກັບ​ມຽນມາ ຢ່າງ​ແໜ້ນ​ແຟ້ນ,  ປະກອບສ່ວນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ມຽນມາ ​ໃນ​ປີ​ທີ່​ມຽນມາ ເປັນ​ປະທານ​ອາ​ຊຽນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​​ທ່ານ​ເອກ​ອັກຄະ​ລັດຖະທູດ ສົມທົບ​ກັບ​ບັນ​ດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງຂອງ 2 ປະ​ເທດ​ຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ເຊິ່ງ 2 ຝ່າຍ​ໄດ້​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ; ສົ່ງ​ເສີມ​​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ເພື່ອ​ການ​ພັດທະນາ​ລວມຂອງ 2 ຝ່າຍ, ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະຊາ​ຄົມ​ອາ​ຊຽນໝັ້ນຄົງ​ເຂັ້ມ​ແຂວງ ​ແລະ ຢ່າງ​ວັດ​ຖະນາ​ຖາວອນ.

ຂ່າວ/ບົດ​ອື່ນ