ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບປະທານອົງການຮ່ວມມືສາກົນ ຍີ່ປຸ່ນ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບປະທານອົງການຮ່ວມມືສາກົນ ຍີ່ປຸ່ນ - ảnh 1

ນາຍົກລັດຖະ​ມົນຕີ ຫງວຽນເຕີນຢູງ ຕ້ອນຮັບ​ປະທານ​ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ

(ພາບ: VGP/Nhật Bắc)

(vovworld) – ຕອນ​ບ່າຍ​ວັນ​ທີ 26/8, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ໃຫ້​ການ​ຕ້ອນຮັບ​ປະທານ​ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ (JICA) Akihiko Tanaka ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ຊົມ​ເຊີຍ​ທ່ານ Akihiko Tanaka ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຂອບ​ອົບ​ຂອບ​ໃຈ ຍີ່ປຸ່ນ ທີ່​ໄດ້ໜູນ​ຊ່ວຍ ODA ​ຫຼາຍ​ທີ່​ສຸດໃຫ້​ແກ່ ຫວຽດນາມ, ສະ​ແດງ ຄວາມ​ປາດ​ຖະໜາ​ຢາກ​ໃຫ້ ຍີ່ປຸ່ນ ສືບ​ຕໍ່​​ໜູນ​ຊ່ວຍ ODA ​ໃຫ້​ແກ່ ຫວຽດນາມ ຢູ່​ລະດັບ​ສູງ, ສຸ​ມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ຄຸມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງທຶນ ODA ​​ປະຕິບັ​​​ດບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ສະ​ເໜີ​ໃຫ້ JICA ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ Akihiko Tanaka ຢືນຢັນ​ວ່າ: JICA ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະ​ຫວ່າງ ຫວຽດນາມ - ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ