ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ Serbia

ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ Serbia - ảnh 1
ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ Serbia
(ພາບ: VGP/Nhật Bắc)

(vovworld) - ຕອນ​ບ່າຍ​ວັນ​ທີ 28/2, ຢູ່​ສຳນັກງານ​ລັດຖະບານ ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Serbia Ivan Mrkic ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫວຽນ​ເຕີນ​ຢູງ  ​ເນັ້ນ​ໜັກ​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ຈົດ​ຈຳ​ການ​ຮ່ວມ​ມື, ການ​ຊ່ວຍ​​ເຫຼືອ​ຢ່າ​ງມີ​ປະສິດທິ​ຜົນ​ຂອງ Sirbia ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ກ່ອນ​ນີ້ ​ແລະ ​ໃນ​ການສ້າງສາ, ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ພ້ອມ​ທັງ​ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ ​ລັດຖະມົນຕີ​ການ​ຕ່າງປະ​ເທດ Ivan Mrkic ປະກອບສ່ວນ​ຢ່າງ​ແທ້​ຈິງ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ Serbia ຊຸກ​ຍູ້ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ.​.​.​, ສະ​​ເໜີ​ໃຫ້ 2 ຝ່າຍ​​ເປັນ​ເອກະ​ພາບ​ເຊັນ​ສັນຍາ​ສົ່ງ​ເສີມ​ ​ແລະ ອາລັກ​ຂາ​​ແກ່ການ​ລົງທຶນ ​ແລະ ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ​ໂດຍ​ໄວ, ສົມທົບ​ກັນ, ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ກັນໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ.

        ສ່ວນ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ Ivan Mrkic ຊີ້​ແຈ້ງວ່າ: ຍາມ​ໃດ Serbia ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ, ພ້​ອມທັງ​ຫວັງ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ ຫວຽດນາມ ທີ່​ມີ​ຕໍ່ Serbia ​ໃນ​ບັນດາ​​ເ້ວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ Ivan Mrkic ສະ​ເໜີ​ໃຫ້ 2 ຝ່າຍ​ເຊັນ​ສັນ​ຍາ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ​ໂດຍ​ໄວ.

 

 

 

ຂ່າວ/ບົດ​ອື່ນ