ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຢ້ຽມຢາມທາງລັດຖະກິດກູບາ ແລະ ຮາຍຕີ

ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຢ້ຽມຢາມທາງລັດຖະກິດກູບາ ແລະ ຮາຍຕີ - ảnh 1
ບັນດາການນຳເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ນິວຄະ​ເລຍຄັ້ງ​ທີ 2
(ພາບ: VGP)

(vovworld) - ວັນ​ທີ 23/3, ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເດີນທາງ​ຈາກ​ຮ່າ​ໂນ້ຍ ​ໄປເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ນິວຄະ​ເລຍຄັ້ງ​ທີ 3 ຢູ່​ລາ​ໄຮ, ປະ​ເທດ​ຮອນ​ລັງ ​ໃນ​ລະຫວ່າງ​ວັນ​ທີ 24-25/3. ທ່ານ​ນາຍົກລັດຖະມົນຕີ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນີ້​ເປັນ​ການ​ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຄວາມ​ຮັບຜິດຊອບ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ, ປະກອບສ່ວນ​ເຂົ້າ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ໂລກ ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ໄພ​ອັນຕະລາຍ​ທີ່​ມີ​ຕໍ່​ຄວາມ​ສະຫງົບ ​ແລະ ຄວາມ​ປອດ​ໄພ​ດ້ານນິວຄະ​ເລຍ, ພ້ອມ​ທັງ​ຢືນຢັນ​ກັບ​ໂລກ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ ກ່ຽວ​ກັບ​ການ​ນຳ​ໃຊ້​ພະລັງງານ​ນິວຄະ​ເລຍ ​ເພື່ອ​ຈຸດໝາຍ​ສັນຕິພາບ.

        ສິ້ນ​ສຸດ​ກອງ​ປະຊຸມ​ນີ້, ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຈະ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ ສ ​ກູ​ບາ ​ແຕ່​ວັນ​ທີ 26-28/3 ​ແລະ ສ ຮາ​ຍຕີ ​ແຕ່​ວັນ​ທີ 28-29/3. ດ້ວຍ​ສານ​ທີ່​ວ່າ, ຫວຽດນາມ ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ໃນ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາຕີ​ນ ​ແລະ ປາຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ໃຫ້​ທັງ​ສອງ​ຝ່າຍ.

 

 

 

ຂ່າວ/ບົດ​ອື່ນ