ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ 23

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ 23 - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
(ພາບ:VGP/Nhật Bắc)

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ເຈົ້າ​ຊີວິດ ບຣູ​ໄນ Hassanal Bolkiah, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 23 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ເຊິ່ງ​ຈະ​ຈັດ​ຕັ້ງ​ທີ່​ນະຄອນຫຼວງ Bandar Seri Begawan, ​ປະ​ເທດ ບຣູ​ໄນ ​ແຕ່​ວັນ​ທີ 8 -10/10/2013. ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງທີ 23 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ຂ້ອງ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ເລື່ອງ​ຊຸກ​ຍູ້​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ,  ​ເພີ່ມ​ທະວີ​ການຮ່ວມ​ສຳພັນ ​ແລະ ​ເຊື່ອມ​ຕໍ່, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ຂອບ​ເຂດ ອາ​ຊຽນ +1, ອາ​ຊຽນ +3 ​ແລະ EAS, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ຂອງ ອາ​ຊຽນ​ໃນ​ໄລຍະ​ຫຼັງ​ປີ 2015 ກໍ່​ຄື​ແລກ​ປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊມຄັ້ງ​ຕ່າງໆ​ ດ້ວຍ​ຈິດ​ໃຈ​ສືບ​ຕໍ່​​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ກັບ​ບັນດາ​ປະ​ເທດ ອາຊຽນ ​ແລະ ບຣູ​ໄນ ຈະປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ກອງ​ປະຊຸມ​ຂັ້ນ​ສູງ, ປະກອບສ່ວນ​ກໍ່ສ້າງ ອາ​ຊຽນ ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ຮ່ວມ​ສຳພັນ​ຢ່າງ​ແໜ້ນ​​ແຟ້ນ, ຊຸກຍູ້​ສະພາບ​ແວດ​ລ້ອມ​ສັນຕິພາບ, ໝັ້ນຄົງ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ, ຜ່ານ​ນັ້ນ ຍົກສູງ​ທີ່​ຕັ້ງ​ບົດບາດ​ຂອງ ຫວຽດນາມ ​ແລະ ຊຸກຍູ້​ການ​ພົວພັນ 2 ຝ່າຍ​ລະ​ຫວ່າງ ຫວຽ​ດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື.

ຂ່າວ/ບົດ​ອື່ນ