ນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ເຂົ້າຮ່ວມພິທີເປີດສະຫຼອງເຂື່ອນໄຟຟ້ານ້ຳຕົກ ເຊີນລາ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ເຂົ້າຮ່ວມພິທີເປີດສະຫຼອງເຂື່ອນໄຟຟ້ານ້ຳຕົກ ເຊີນລາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ​
ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ​ເຊີນ​ລາ
(ພາບ: TTXVN)


(vovworld) -     ພາຍຫຼັງ​ທີ່​ໄດ້​ຮັບການກໍ່ສ້າງ​ມາ​ເປັນ​ເວລາ 7 ປີ, ວັນ​ທີ 23/12, ເຂື່ອນ​ໄຟຟ້າ​ນ້ຳຕົກ ​ເຊີນ​ລາ​ ໄດ້​ນຳ​ເຂົ້າ​ໃຊ້​ການ​ຢ່າງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ຕັດແຖບຜ້າ. ​​ເປີດ​ນຳ​ໃຊ້ໂຄງການ​ເຂື່ອນ​​ໄຟຟ້ານ້ຳຕົກ ​ເຊີນ​ລາ ​ແມ່ນ​ກິດຈະການ​ຈຸດ​ສຸມ​ແຫ່ງ​ຊາດ ດ້ວຍ​ກຳລັງໄຟຟ້າຕິດຕັ້ງ 2.400 MW ​ສະໜອງ​ໄຟ​ຟ້າ​ສະ​ເລ່ຍ 10 ຕື້ kWh/ປີ. ​ໂຄງການເຂື່ອນ​ໄຟຟ້າ​ນ້ຳຕົກ​ໂດ​ຍບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ປະຕິບັດ. ເຂື່ອນ​ໄຟຟ້າ​ນ້ຳຕົກ ​ເຊີນ​ລາ ​ນຳ​ເຂົ້າ​​ເຄື່ອນ​ໄຫວ​ກ່ອນ​ກຳນົດ​​ເວລາ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສະໜອງ​ໄຟຟ້າ​ໃຫ້​ປະ​ເທດ, ປັບປຸງຊີວີດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ພ້ອມ​ທັງ​ປະກອບສ່ວນ​​ຮັບປະກັນ​​ໃຫ້​ແກ່ການ​ພັດທະນາ​ຢ່າງ​ໝັ້ນຄົງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ​ໄດ້​ຮຽກຮ້ອງ​ໃຫ້​ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ, ພະ​ນັກ​ງານ, ກຳມະກອນ, ພາລະ​ກອນ​ບໍລິສັດ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ ຕ້ອງຄຸ້ມ​ຄອງ ​ແລະ ​ເຄື່ອນ​ໄຫວ​ໃຫ້​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ໂຮງງານ​ເຄື່ອນ​ໄຫວ​ຢ່າງ​ປອດ​ໄພ, ໝັ້ນຄົງ, ​ເສີມ​ຂະຫຍາຍ​ປະສິດ​ທິຜົນ​ສັງ​ລວມຂອງ​ກິດຈະການ. ທ່ານ​ນາຍົກລັດຖະມົນຕີ ຊີ້​ນຳ​​ໃຫ້​ຄະນະ​ກຳມະການ​ປະຊາຊົນ 3 ​ແຂວງ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຫວຽດນາມ ​ແມ່ນ​ ແຂ​ວງ​ເຊີນ​ລາ, ດ້ຽນບຽນ, ລາຍ​ເຈົາ ສືບ​ຕໍ່​ຈັດ​​ທີ່​ດິນ​ຜະລິດ, ຜັນ​ຂະຫຍາຍ​ໂຄງການ​ພັດທະນາ​ເສດຖະກິດ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ຢູ່​ທ້ອງ​ຖິ່ນຕ່າງໆ​ທີ່​ຕັ້ງ​​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່, ​ໂດ​ຍສະ​ເພາະ​ແມ່ນ​ປະຊາຊົນ​ທີ່​ຫາ​ກໍ​ຍົກຍ້າຍ​ໄປ​ຍັງບ່ອນ​ໃໝ່ ​​ເພື່ອ​ສະຫງວນ​ທີ່​ດິນ​ໃຫ້​ແກ່​ການ​ກໍ່ສ້າງ​ກິດຈະການເຂື່ອນ​ໄຟຟ້າ​ນ້ຳຕົກ.

ຂ່າວ/ບົດ​ອື່ນ