ນາຍົກລັດຖະມົນຕີຫງວຽນເຕີນຢູ໋ງຕ້ອນຮັບທ່ານສື່ຈີ້ນພີ່ງ, ຮອງປະທານປະເທດຈີນ
ພາບ: ຈາກ chinhphu.vn
ຕອນເຊົ້າວັນທີ 22/12, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໄດ້ໃຫ້ການຕ້ອນຮັບ ທ່ານ ສື່ຈີ້ນພີ່ງ ກຳມະການປະຈຳກົມການເມືອງ, ຮອງປະທານປະເທດຈີນ ພວມຢູ່ຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ຖືວ່າ: ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມຖືເປັນສຳຄັນຂອງສູນກາງພັກກອມມູນິດຈີນ ແລະ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະຫນາຢາກພ້ອມກັບ ລັດຖະບານຈີນ ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ ຢ່າງມີປະສິດທິຜົນ. ທ່ານ ສື່ຈີ້ນພີ່ງ ເນັ້ນຫນັກເຖິງນ້ຳໃຈມິດຕະພາບ ລະຫວ່າງ ຈີນ ແລະ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າ ຄວນໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ ເພື່ອນຳມາຊຶ່ງປະສິດທິຜົນຢ່າງແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ສະນັ້ນ ສອງຝ່າຍຄວນຢືດໝັ້ນແກ້ໄຂບັນຫາຕິດຂັດຢ່າງເໝາະສົມ ຊຶ່ງສອງປະເທດອາດຈະຮັບຮູ້ໄດ້, ເພື່ອການພັດທະນາຂອງສອງປະເທດ. ເພື່ອຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານຫວຽດນາມ ຈີນ ໃຫ້ນັບມື້ນັບພັດທະນາ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ແລະ ຮອງປະທານປະເທດຈີນ ສື່ຈີ້ນພີ່ງ ເຫັນດີ ຖືວ່າ: ສອງຝ່າຍຄວນສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງສອງຝ່າຍ, ຮັກສາບັນດາການຢ້ຽມຢາມ ແລະ ພົບປະກັນລະຫວ່າງການນຳຂັ້ນສູງ, ລະຫວ່າງ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຂອງສອງປະເທດ, ຍົກສູງບົດບາດ ແລະ ປະສິດທິຜົນຂອງບັນດາກົນໄກຮ່ວມມືລະຫວ່າງສອງປະເທດ.
ກ່ຽວກັບບັນຫາຊາຍແດນທາງບົກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ສະເຫນີໃຫ້ສອງຝ່າຍ ຈົ່ງສົມທົບປະຕິບັດບັນດາເອກະສານທີ່ໄດ້ລົງນາມເປັນຢ່າງດີ, ພ້ອມທັງປຶກສາຫາລືຢ່າງຕັ້ງຫນ້າເພື່ອລົງນາມໃນສັນຍາການຮ່ວມມືຂຸດຄົ້ນຊັບພະຍາກອນການທ່ອງທ່ຽວ ບ້ານຢົກ, ສັນຍາກ່ຽວກັບກຳປັ່ນໄປມາຢ່າງເສລີ ຢູ່ບໍລິເວນແມ່ນ້ຳເປລວນ ປະຕິບັດການຮ່ວມມືຄຸ້ມຄອງ ແລະ ນຳໃຊ້ແຫລ່ງນ້ຳຢູ່ເຂດຊາຍແດນຢ່າງມີປະສິດທິຜົນ. ເມື່ອເຕື້ອງເຖິງບັນຫາບົນທະເລ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໄດ້ຢ້ຳຄືນຫລັກໝັ້ນຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ ພ້ອມທັງສະເຫນີໃຫ້ສອງຝ່າຍ ປະຕິບັດບົນຈິດໃຈພ້ອມກັນເຄົາລົບ ແລະ ເອົາໃຈໃສ່ເຖິງຜົນປະໂຫຍດອັນຊອບທຳຂອງກັນ. ສອງຝ່າຍເຫັນດີໂດຍຖືວ່າ: ຄວນສ້າງຕັ້ງກົນໄກແລກປ່ຽນ ກ່ຽວກັບການຜັນຂະຫຍາຍຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານ ຊີ້ນຳການແກ້ໄຂບັນຫາບົນທະເລໂດຍໄວ.
ຕອນເຊົ້າວັນດຽວກັນ, ທ່ານ ເລຮົ່ງແອງ ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ ໄດ້ມີການພົບປະກັບທ່ານ ສື່ຈີ້ນພີ່ງ. ກ່າວຄຳເຫັນນະທີ່ນີ້, ທ່ານເລຮົ່ງແອງ ແລະ ທ່ານ ສື່ຈີ້ນພີ່ງ ຢືນຢັນວ່າ: ຫວຽດນາມ ແລະ ຈີນແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີຫລາຍຈຸດຄ້າຍຄືກັນກ່ຽວກັບດ້ານວັດທະນະທຳ, ເສດຖະກິດ, ສັງຄົມ. ການພົວພັນລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ, ກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.