ນາຍົກລັດຖະມົນຕີ ຫວຽດນາມ ແລະ ສິງກະໂປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ

(VOVWORLD) - ທີ່ການພົບປະແລກປ່ຽນ, ບັນດານັກສຶກສາມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ສະແດງຄວາມສົນໃຈເຖິງນະໂຍບາຍກ່ຽວກັບການສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງສິງກະໂປ; ການພົວພັນຮ່ວມມືເສດຖະກິດດີຈີຕອນ - ເສດຖະກິດສີຂຽວລະຫວ່າງສອງປະເທດ...
ນາຍົກລັດຖະມົນຕີ ຫວຽດນາມ ແລະ ສິງກະໂປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ສິງກະໂປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ
(ພາບ: VOV)

ຕອນເຊົ້າວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ແລະ ພັນລະຍາ ຢ້ຽມຢາມ ໄດ້ລົງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ໄດ້ພົບປະແລກປ່ຽນກັບນັກສຶກສາ, ເນື່ອງໃນໂອກາດການມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ແຕ່ວັນທີ 27 29 ສິງຫາ.

        ທີ່ການພົບປະແລກປ່ຽນ, ບັນດານັກສຶກສາມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ສະແດງຄວາມສົນໃຈເຖິງນະໂຍບາຍກ່ຽວກັບການສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງສິງກະໂປ; ການພົວພັນຮ່ວມມືເສດຖະກິດດີຈີຕອນ - ເສດຖະກິດສີຂຽວລະຫວ່າງສອງປະເທດ; ບັນດາປະສົບການ, ບົດຮຽນອັນລ້ຳຄ່າໃນເສັ້ນທາງແຫ່ງການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມເພື່ອບັນລຸຜົນສຳເລັດຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ; ນະໂຍບາຍຊຸກຍູ້ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ ສິງກະໂປ ກັບ ຫວຽດນາມ, ພິເສດໃນບາງຂົງເຂດຄົ້ນຄ້ວາ, ນະວັດຕະກຳ, ປັນຍາປະດິດ, ຄວາມຄາດຫວັງຂອງບັນດາການນຳສຳລັບລຸ້ນໜຸ່ມ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ແບ່ງປັນ, ຕອບບັນດາຄຳຖາມຂອງບັນດານັກສຶກສາ.

        ເນື່ອງໃນໂອກາດນີ້, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລແຫ່ງຊາດ ໂຮ່ຈີມິນ ພ້ອມກັບມະຫາວິທະຍາໄລ ເຕັກໂນໂລຊີ Nanyang (NTU - ສິງກະໂປ), ລົງນາມຂໍ້ຕົກລົງຮ່ວມມືລະຫວ່າງບັນດາມະຫາວິທະຍາໄລໃນຂົງເຂດແລກປ່ຽນພະນັກງານ, ຄູອາຈານ, ນັກສຶກສາ ແລະ ຄົ້ນຄ້ວາ ວິທະຍາສາດ.

ຕອບກັບ

ຂ່າວ/ບົດ​ອື່ນ