ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ​ໃຫ​້​ການ​ຕ້ອ​ນ​ຮັບ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ບຸລິມະສິດພັດທະນາການພົວພັນຮ່ວມມື ແລະ ມິດຕະພາບຢ່າງຮອບດ້ານກັບກຳປູເຈຍ, ສະໜັບສະໜູນກຳປູເຈຍ ໃນ ກິດຈະການພັດທະນາປະເທດຊາດ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ​ໃຫ​້​ການ​ຕ້ອ​ນ​ຮັບ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກແລະທ່ານ ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin (ພາບ: ທົ້ງເຍິດ/ TTXVN)

ຕອນບ່າຍວັນທີ 29 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ບຸລິມະສິດພັດທະນາການພົວພັນຮ່ວມມື ແລະ ມິດຕະພາບຢ່າງຮອບດ້ານກັບກຳປູເຈຍ, ສະໜັບສະໜູນກຳປູເຈຍ ໃນ ກິດຈະການພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາແຫ່ງຊາດ ກຳປູເຈຍ ສືບຕໍ່ສະໜັບສະໜູນ ເລື່ອງເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຄື ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກນິກ, ການບິນ, ກະສິກຳ, ໄຟຟ້ານ້ຳຕົກ, ການຄ້າຊາຍແດນ…ໃຫ້ບັນລຸປະສິດທິຜົນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ວົງເງິນການຄ້າລື່ນກາຍຄາດໝາຍ 5 ຕີ້ USD ໃນປີ 2020 ໂດຍໄວຊຶ່ງສອງປະເທດໄດ້ເຫັນດີເປັນເອກະພາບ (ໃນປີ 2018 ບັນລຸໄດ້ 4,7 ຕື້ USD); ສະເໜີໃຫ້ສະພາແຫ່ງຊາດ ກຳປູເຈຍ ມີບັນດາຂໍ້ກຳນົດທີ່ມີລັກສະນະນິຕິກຳຕື່ມອີກເພື່ອແນໃສ່ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ; ປົກປ້ອງບັນດາຜົນປະໂຫຍດອັນຊອບທຳ, ຖືກກົດໝາຍຂອງວິສາຫະກິດ ຫວຽດນາມ ເໝາະສົມກັບບັນດາຂໍ້ຕົກລົງຂອງສອງຝ່າຍກໍ່ຄືກົດໝາຍ ແລະ ທຳນຽມສາກົນ.

        ກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ: ປີ 2020, ຫວຽດນາມ ຈະເປັນ ປະທານ ອາຊຽນ ແລະ ປັດຈຸບັນພວມອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ກໍ່ຄືໃນປີ 2020, ກຳປູເຈຍຈະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງເວທີປາໄສການຮ່ວມມືລະຫວ່າງ ອາຊີ - ເອີລົບຄັ້ງທີ 13 (ASEM 13), ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ສົມທົບກັບ ກຳປູເຈຍ ໃນການຮັກສາ, ຊຸກຍູ້ຄວາມສາມັກຄີ, ຫຼັກໝັ້ນລວມຂອງອາຊຽນ, ປະກອບສ່ວນຮັກສາສັນຕິພາບ ແລະ ວັດທະນາຖາວອນລວມຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ