ນາຍົກລັດຖະມົນຕີ ອັງກິດ ປະກາດບັນດາມາດຕະການສຳລັບທຸກກໍລະນີ Brexit

(VOVWORLD) - ວັນທີ 9 ຕຸລາ, ໃນບົດກ່າວປາໄສທຳອິດຢູ່ສະພາຕ່ຳ ນັບແຕ່ພາຍຫລັງບົດກ່າວປາໄສສຳຄັນຢູ່ Florence (ອີຕາລີ) ເມື່ອເດືອນກ່ອນ. 
 
ນາຍົກລັດຖະມົນຕີ ອັງກິດ ປະກາດບັນດາມາດຕະການສຳລັບທຸກກໍລະນີ Brexit - ảnh 1ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ກ່າວຄຳເຫັນຕໍ່ໜ້າລັດຖະສະພາ (ພາບ: Wire/PA)

ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ເນັ້ນໜັກວ່າ: ເຖິງວ່າບັນດາການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (Brexit) ໄດ້ບັນລຸບັນດາບາດກ້າວແທດຈິງກໍ່ຕາມ ແຕ່ ອັງກິດ ຄວນກຽມພ້ອມໃຫ້ທຸກກໍລະນີທີ່ອາດຈະເກີດຂຶ້ນ. ທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ເຕື້ອງເຖິງບັນດາການເລືອກເຟັ້ນ ຊຶ່ງຕາມນັ້ນແລ້ວ ອັງກິດ ອາດຈະເຄື່ອນໄຫວເປັນເອກະລາດກ່ຽວກັບດ້ານການຄ້າພາຍຫລັງ Brexit.

        ໃນບົດກ່າວປາໄສ, ທ່ານນາງນາຍົກລັດຖະມົນຕີ Theresa May ເນັ້ນໜັກເຖິງຄວາມມຸ່ງຫວັງຂອງລັດຖະບານ ອັງກິດ ແມ່ນບັນລຸໄດ້ຂໍ້ຕົກລົງຮ່ວມມືສະບັບໃໝ່, ເລິກເຊິ່ງ ແລະ ພິເສດລະຫວ່າງປະເທດ ອັງກິດ ເອກະລາດ ແລະ ອີຢູ ທີ່ເຂັ້ມແຂງ ແລະ ປະສົບຜົນສຳເລັດ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, 2 ຝ່າຍຄວນມີການນຳພາ ແລະ ໄຫວພິບ, ບໍ່ພຽງແຕ່ຂອງ ອັງກິດ ເທົ່ານັ້ນ ຫາກຍັງແມ່ນຂອງ 27 ປະເທດສະມາຊິກ ອີຢູ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ