ນາຍົກລັດຖະມົນຕີ ອັງກິດ ໃຫ້ຂໍ້ສັງເກດວ່າ ປະຊາຊົນຢາກຖອນຕົວອອກຈາກ ອີຢູ, ບໍ່ຢາກເລືອກຕັ້ງ

(VOVWORLD) - ປະຊາຊົນ ອັງກິດ ປາດຖະໜາຢາກໃຫ້ບັນດານັກການເມືອງປະເທດນີ້ ປະຕິບັດ Brexit (ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ - ອີຢູ) ແລະ ເຂົາເຈົ້າຈະໂກດແຄ້ນ ຖ້າຫາກເລື່ອງດັ່ງກ່າວບໍ່ໄດ້ຮັບການຮັບປະກັນ.

 ວັນທີ 14 ສິງຫາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຍົກອອກຂໍ້ສັງເກດດັ່ງກ່າວ ໃນການຕອບຄຳຖາມຜ່ານທາງ Facebook.

ນາຍົກລັດຖະມົນຕີ ອັງກິດ ໃຫ້ຂໍ້ສັງເກດວ່າ ປະຊາຊົນຢາກຖອນຕົວອອກຈາກ ອີຢູ, ບໍ່ຢາກເລືອກຕັ້ງ - ảnh 1 ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ:  THX/ TTXVN)

        ເມື່ອໄດ້ຖາມວ່າ ທ່ານຈະຈັດຕັ້ງການເລືອກຕັ້ງພາຍຫລັງວັນທີ 31 ຕຸລາ ແນໃສ່ຮັບປະກັນສະພາແຫ່ງຊາດບໍ່ອາດກີດຂວາງວິວັດທະນາການ Brexit ໃນຈຸດເວລານັ້ນຫຼືບໍ່, ທ່ານ Boris Johnson ຊີ້ແຈ້ງວ່າ: “ຂ້າພະເຈົ້າຖືວ່າ: ປະຊາຊົນ ອັງກິດ ໄດ້ເຂົ້າຮ່ວມການເລືອກຕັ້ງ ແລະ ບັນດາເຫດການເລືອກຕັ້ງເປັນຫລາຍຄັ້ງແລ້ວ. ສິ່ງທີ່ເຂົາເຈົ້າຢາກໃຫ້ພວກເຮົາປະຕິບັດນັ້ນ ແມ່ນການ Brexit ໃນວັນທີ 31 ຕຸລາ ແລະ ຍາມໃດຂ້າພະເຈົ້າກໍ່ເວົ້າວ່າ ສິ່ງດັ່ງກ່າວນັ້ນພວກຂ້າພະເຈົ້າພວມປະຕິບັດ”.

ຕອບກັບ

ຂ່າວ/ບົດ​ອື່ນ