ນາຍົກລັດຖະມົນຕີ ອົດສະຕາລີ ໝັ້ນໝາຍຈະມີວັນບຸນຄິດສະມາດ ດ້ວຍການໄປມາຢ່າງເສລີ

(VOVWORLD) -      ຕອນເຊົ້າວັນທີ 5 ກັນຍາ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison   ໄດ້ຢືນຢັນວ່າ ໂລກລະບາດໂຄວິດ - 19 ບໍ່ອາດຖືກສູນຫາຍໄປໝົດໄດ້ ແຕ່ທ່ານຖືວ່າປະເທດນີ້ເມື່ອບັນລຸໄດ້ເປົ້າໝາຍສັກວັກຊິນກັນພະຍາດນັ້ນ ປະຊາຊົນສາມາດໄປມາໄດ້ຢ່າງເສລີ
ນາຍົກລັດຖະມົນຕີ ອົດສະຕາລີ ໝັ້ນໝາຍຈະມີວັນບຸນຄິດສະມາດ ດ້ວຍການໄປມາຢ່າງເສລີ - ảnh 1ການສັກວັກຊິນກັນໂຄວິດ-19 ຢູ່ອົດສະຕາລີ

    ຕອບສຳພາດຕໍ່ນັກຂ່າວ, ການນຳ ອົດສະຕາລີ ໄດ້ຖືວ່າ ປະຊາຊົນສາມາດຂຶ້ນແຜນການຕ້ອນຮັບວັນບຸນ ຄິດສະມາດ ໃນປີ 2021 ກັບຍາດຕິພີ່ນ້ອງ ຍ້ອນລະດັບການສັກວັກຊີນໃນປັດຈຸບັນ, ປະເທດນີ້ສາມາດສຳເລັດເປົ້າໝາຍສັກວັກຊິນໃຫ້ 70% ຈຳນວນປະຊາກອນໃນທ້າຍເດືອນ ຕຸລາ ຫຼື ຕົ້ນເດືອນ ພະຈິກ ທີ່ຈະມາເຖິງ.

       ຕາມບົດລາຍງານສະບັບຫຼ້າສຸດ ໃຫ້ຮູ້ວ່າ ຍ້ອນຂາດແຄນແຫຼ່ງສະໜອງວັກຊີນ ມາຮອດປັດຈຸບັນປະຊາຊົນ ອົດສະຕາລີ ໄດ້ຮັບການສັກວັກຊີນ ພຽງ 37% ເທົ່ານັ້ນ. ປັດຈຸບັນລັດຖະບານປະເທດນີ້ ພວມຊອກຫາຊື້ວັກຊີນ ເພື່ອຍູ້ໄວວຽກງານສັກວັກຊີນໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ