ນາຍົກລັດຖະມົນຕີ ອິນເດຍ ຢ້ຽມຢາມ ເອີຣົບ ແລະ ອາເມລິກາ

(VOVWORLD) - ວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອິນເດຍ Natendra Modi ເດີນທາງຢ້ຽມຢາມ ປອກຕຸຍການ, ອາເມລິກາ ແລະ ໂຮນລັງ ແນໃສ່ຊຸກຍູ້ບັນດາຂໍ້ຕົກລົງ 2 ຝ່າຍໃນຫລາຍຂົງເຂດກັບບັນດາປະເທດນີ້
ນາຍົກລັດຖະມົນຕີ ອິນເດຍ ຢ້ຽມຢາມ ເອີຣົບ ແລະ ອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີ ອິນເດຍ Natendra Modi  (ພາບ: AFP)

ຕາມໂຄສົກລັດຖະບານ ອິນເດຍ ແລ້ວ, ໃນຂອບເຂດການຢ້ຽມຢາມ ປອກຕຸຍການ ທ່ານນາຍົກລັດຖະມົນຕີ Modi ຈະຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ອາວະກາດຈັກກະວານ ແລະ ການພົວພັນຕ່າງປະເທດປະຊາຊົນ. ຫລັງຈາກນັ້ນ ທ່ານຈະໄປ ອາເມລິກາ ແລະ ຄາດວ່າ ດຳເນີນກອງປະຊຸມສຸດຍອດຄັ້ງທຳອິດກັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ ວໍຊິງຕັນ ເພື່ອແລກປ່ຽນທັດສະນະ ແລະ ປັບປຸງການພົວພັນຄູ່ຮ່ວມມື 2 ຝ່າຍ ອາເມລິກາ - ອິນເດຍ ໃນຫລາຍຂົງເຂດ. ສຸດທ້າຍ, ການນຳ ອິນເດຍ ຈະໄປຍັງ ເອີຣົບ, ຢ້ຽມຢາມ ໂຮນລັງ ແລະ ສິ້ນສຸດການຢ້ຽມຢາມ 2 ທະວີບທີ່ແກ່ຍາວເປັນເວລາ 4 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ