ນາຍົກລັດຖະມົນຕີ ອິນເດຍ ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຢູແກຼນ, ແລກປ່ຽນທັດສະນະກ່ຽວກັບວິກິດການລັດເຊຍ - ຢູແກຼນ

(VOVWORLD) - ອິນເດຍ ໄດ້ສະໜັບສະໜູນທຸກຄວາມມານະພະຍາຍາມສັນຕິພາບ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນ ຢູແກຼນ ທີ່ຖືກຜົນສະທ້ອນຍ້ອນການປະທະກັນ.
 
ນາຍົກລັດຖະມົນຕີ ອິນເດຍ ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຢູແກຼນ, ແລກປ່ຽນທັດສະນະກ່ຽວກັບວິກິດການລັດເຊຍ - ຢູແກຼນ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບ:Reuters)

ວັນທີ 26 ທັນວາ, ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ເພື່ອແລກປ່ຽນທັດສະນະ ກ່ຽວກັບວິກິດການຢູ່ ຢູແກຼນ. ການນຳ ອິນເດຍ ໄດ້ຢ້ຳຄືນຄຳຮຽກຮ້ອງຢຸດຕິບັນດາການກະທຳທີ່ເປັນປໍລະປັກໂດຍທັນທີ; ຖືວ່າ ທັງ ລັດເຊຍ ແລະ ຢູແກຼນ ຕ້ອງກັບຄືນສູ່ບັນດາຄວາມມານະພະຍາຍາມເຈລະຈາ ແລະ ການແລກປ່ຽນທາງການທູດ ເພື່ອຊອກຫາມາດຕະການສຸດທ້າຍໃຫ້ແກ່ບັນດາຄວາມແຕກຕ່າງກັນ. ອິນເດຍ ໄດ້ສະໜັບສະໜູນທຸກຄວາມມານະພະຍາຍາມສັນຕິພາບ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນ ຢູແກຼນ ທີ່ຖືກຜົນສະທ້ອນຍ້ອນການປະທະກັນ.

        ສ່ວນທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ສະເໜີໃຫ້ ອິນເດຍ ຈົ່ງໜູນຊ່ວຍເພື່ອຊອກຫາມາດຕະການສັນຕິພາບລະຫວ່າງປະເທດນີ້ກັບ ລັດເຊຍ. ການນຳສອງທ່ານກໍ່ໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ, ໃນນັ້ນມີການສ້າງເງື່ອນໄຂໃຫ້ບັນດານັກສຶກສາ ອິນເດຍ ຮຽນຂັ້ນມະຫາວິທະຍາໄລທີ່ຫາກໍ່ກັບຄືໄປຮຽນຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ