ນາຍົກລັດຖະມົນຕີ ອີຣັກ ຮຽກຮ້ອງຍົກເລີກໝາກຜົນການລົງປະຊາມະຕິຂອງຊາວ Kurd

(VOVWORLD) - ວັນທີ 27 ກັນຍາ, ທ່ານນາຍົກລັດຖະມົນຕີ ອີຣັກ Haider al-Abadi ຮຽກຮ້ອງໃຫ້ຍົກເລີກໝາກຜົນຂອງການປ່ອນບັດໃນວັນທີ 25 ກັນຍາ ກ່ຽວກັບຄວາມເປັນເອກະລາດໃຫ້ເຂດປົກຄອງດ້ວຍຕົນເອງຂອງຊາວ Kurd ຢູ່ພາກເໜືອປະເທດນີ້.
ນາຍົກລັດຖະມົນຕີ ອີຣັກ ຮຽກຮ້ອງຍົກເລີກໝາກຜົນການລົງປະຊາມະຕິຂອງຊາວ Kurd - ảnh 1 ທ່ານນາຍົກລັດຖະມົນຕີ ອີຣັກ Haider al-Abadi (ພາບ: AFP/TTXVN)

ທ່ານ Abadi ໃຫ້ຮູ້ຕື່ມອີກວ່າ ລັດຖະບານ ອີຣັກ ຈະບໍ່ດຳເນີນການເຈລະຈາກ່ຽວກັບໝາກຜົນການລົງປະຊາມະຕິດັ່ງກ່າວ, ພ້ອມທັງຢືນຢັນວ່າ “ຈະໝູນໃຊ້ກົດໝາຍ ອີຣັກ ໃນທົ່ວເຂດປົກຄອງດ້ວຍຕົນເອງຂອງຊາວ Kurd ຕາມລັດຖະທຳມະນູນ”. ວັນທີ 27 ກັນຍາ, ລັດເຊຍ ກ່າວເຕືອນ ອີຣັກ ແລະ ວົງຄະນະຍາດຊາວ Kurd ວ່າບໍ່ໄດ້ດຳເນີນ ບໍ່ວ່າການກະທຳໃດໆ ອາດຈະກໍ່ຄວາມຂາດສະຖຽນລະພາບຢູ່ຕາເວັນອອກກາງ ພາຍຫລັງການລົງປະຊາມະຕິ, ພ້ອມທັງ ສົ່ງເສີມ 2 ຝ່າຍເຈລະຈາ ເພື່ອຊອກຫາມາດຕະການໃນຂອບເຂດລັດ ອີຣັກ ໜຶ່ງດຽວ. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຝະຣັ່ງ Jean-Yves le Drian ກໍ່ກ່າວເຕືອນວົງຄະນະຍາດຊາວ Kurd ວ່າ ເລື່ອງປະກາດເປັນເອກະລາດ ອາດຈະເກີດວິກິດການໃໝ່ຢູ່ຕາເວັນອອກກາງ, ພິເສດແມ່ນໃນໄລຍະຈຸດເວລາທີ່ອົງການ “ລັດອິດສະລາມ” (IS) ພວມປະລາໄຊຢູ່ ອີຣັກ.

        ການລົງປະຊາມະຕິກ່ຽວກັບຄວາມເປັນເອກະລາດຂອງເຂດຊາວ Kurd ຢູ່ພາກເໜືອ ອີຣັກ ໄດ້ຈັດຕັ້ງໃນວັນທີ 25 ກັນຍາ. ຕາມໝາກຜົນຂອງການນັບບັດ, ມີບັດສະໜັບສະໜູນເລື່ອງເປັນເອກະລາດເຂດນີ້ກ່ວາ 90%.

ຕອບກັບ

ຂ່າວ/ບົດ​ອື່ນ