(VOVWORLD) - ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄັ້ງທີ 3 ຄະນະຊີ້ນຳການສ້າງແຜນການພັດທະນາເສດຖະກິດເອກະຊົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV ) |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວາ ກອງປະຊຸມສູນກາງຄັ້ງທີ 11 ຜ່ານມາໄດ້ຢັ້ງຢືນ ເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນທີ່ສຸດຂອງເສດຖະກິດແຫ່ງຊາດ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງມີຈິນຕະນາການບຸກທະລຸກ່ຽວກັບຄວາມຮັບຮູ້, ວິທີການປະຕິບັດ, ວິທີການຊີ້ນຳນຳພາ, ຜ່ານນັ້ນ ຫັນແຜນນະໂຍບາຍນີ້ເປັນລະອຽດ. ທ່ານໃຫ້ຮູ້ວ່າ:
ຕາມຂ້າພະເຈົ້າຕ້ອງບຸກທະລຸ. ມີການບຸກທະລຸເຈິ່ງປະກອບສ່ວນເຂົ້າການເຕີບໂຕຢູ່ລະດັບສອງຕົວເລກໄດ້, ຈຶ່ງງສ້າງກຸ່ມ 4 ຂົງເຂດຍຸດທະສາດໄດ້. ພວກເຮົາຕ້ອງລື່ນກາຍຂໍ້ຈຳກັດຂອງຕົນເອງ, ຜ່ານຜ່າຈິນຕະນາການທຳມະດາ ຈຶ່ງມີການບຸກທະລຸໃນການພັດທະນາໄດ້.