ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຢ້ຽມຢາມອາເມລິກາ

ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຢ້ຽມຢາມອາເມລິກາ - ảnh 1
ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel
(ພາບ: TTXVN)

(vovworld)- ວັນທີ 1/5, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ເປັນ​ເວລາ 2 ວັນ​ດ້ວຍ​ຈຸດ​ໃຈກາງ​ແມ່ນ​ວິ​ກິດ​ການ​ຢູ່​ຢູກ​ແຣນ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ການ​ຄ້າ ​ແລະ ລົງທຶນ​ຂ້າມ​ປາຊີ​ຟິກ (TTIP) . ຕາມ​ແຜນການ​ແລ້ວ, ປະທານາທິບໍດີ ອາ​ເມ​ລິ​ກາ Barak Obama ຈະ​ຕ້ອນຮັບ ​ແລະ ​ເຈລະຈາ​ກັບ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຢູ່​ທຳນຽບຂາວ. ຈຸດ​ໃຈກາງ​ຂອງ​ການ​ເຈລະຈາ​ແມ່ນ​ບັນດາ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ຢູ່​ຢູກ​ແຣນກໍ​ຄື​ບັນຫາ​ສາກົນອື່ນໆທີ່​ຕ່າງ​ຝ່່າຍຕ່າງ​ມີ​ຄວາມ​ສົນ​ໃຈ. ຄາດວ່າ ການ​ນຳ 2 ປະ​ເທດ​ຍັງ​ຈະ​ປຶກສາ​ຫາລື​ກ່ຽວ​ກັບບັນດາ​ການ​ເຈ​ລະ​ຈາ​ກັບ​ອີຣານທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຮຣານ, ສະພາບ​ການ​ຊີຣີ ​ແລ​ະ ຕາ​ເວັນ​ອອກ​ກາງ.

ຂ່າວ/ບົດ​ອື່ນ