ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ຮັບໄຊຊະນະຄືນໃໝ່ໃນການເລືອກຕັ້ງເປັນປະມານ CDU

ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ຮັບໄຊຊະນະຄືນໃໝ່ໃນການເລືອກຕັ້ງເປັນປະມານ CDU  - ảnh 1
ທ່າ​ນນາງ​ນາຍົກລັດຖະມົນຕີ Angela Merkel
(ພາບ: Reuters)


(vovworld) – ວັນ​ທີ 09/12, ກອງ​ປະຊຸມ​ໃຫຍ່​ພັກພັນທະ​ມິດ​ປະຊາທິປະ​ໄຕ​ສາສະໜາ​ເຢຊູ (CDU) ຄັ້ງ​ທີ 27 ​ໄດ້​ເລືອກ​ຕັ້ງທ່າ​ນນາງ​ນາຍົກລັດຖະມົນຕີ Angela Merkel ​ເປັນ​ປະທານພັກ​ຄືນ​ໃໝ່. ນີ້​ແມ່ນ​ຄັ້ງ​ທີ 8 ຢ່າງ​ລ້ຽນຕິດ​ທີ່​ທ່ານ​ນາງ Merkel ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ພັກ​​ເປັນ​ກາງ​ນີ້. ​ໃນ​ວາລະ​ເລືອກ​ຕັ້ງ​ທີ່​ກອງ​ປະຊຸມ​ໃຫຍ່, ທ່າ​ນນາງ​ນາຍົກລັດຖະມົນຕີ Merkel ​ໄດ້​ຮັບ​ບັດ​ສະໜັບ​ສະ​ໜູນ​ຈາກບັນດາ​ສະມາຊິກພັກ 96,7%.

        ກ່ອນ​ໜ້າ​ນັ້ນ, ທີ່​ກອງ​ປະຊຸມ​ໃຫຍ່ ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ Cologne, ທ່ານ​ນາງ Merkel ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ກ່ຽວ​ຂ້ອງ​ເຖິງຫຼາຍ​ຂົງ​ເຂດ​ສຳຄັນ​ຕໍ່ໜ້າຜູ້​ແທນ​ເຂົ້າ​ຮ່ວມ​ປະມານ 2.000 ຄົນ. ທ່ານ​ນາງ Merkel ຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງລັດຖະບານ​ເຢຍລະ​ມັນ​ບັນລຸ​ໄດ້ ຄື​ຮັກສາ​ລາຄາ​​ໃຫ້​ໝັ້ນ​ທ່ຽງ, ​ເພີ່ມ​ວຽກ​ເຮັດ​ງານ​ທຳ​ ​ແລະ ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ບົນ​ເວທີ​ສາກົນ.

ຂ່າວ/ບົດ​ອື່ນ