(vovworld) - ທ່ານນາງນາຍົກລັດຖະມົນຕີ ໄທ ຍິງຣັກ ສິນນະວັດ ຈະໄປຢ້ຽມຢາມ ຍີ່ປູ່ນ ແຕ່ວັນທີ 6 - 9/3 ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງໄທ ແລະ ຍີ່ປູ່ນ ໃນທຸກດ້ານ, ສົ່ງເສີມການຮ່ວມມືພັດທະນາ ເຊື່ອມຕໍ່ໃນກຸ່ມ ອາຊຽນ ແລະ ອະນຸພາກພື້ນແມ່ນ້ຳຂອງ. ທ່ານນາງນາຍົກລັດຖະມົນຕີ ຍິງຣັກ ຈະເຕື້ອງເຖິງການຫັນເປັນລະອຽດການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ໃນບັນດາຂົງເຂດ ການເມືອງ, ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ສັງຄົມໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ. ຄາດວ່າ, ໃນໄລຍະຢູ່ຢ້ຽມຢາມ ຍີ່ປູ່ນ, ທ່ານນາງນາຍົກລັດຖະມົນຕີໄທຈະເຂົ້າຢ້ຽມຂ່ຳນັບພະບາດສົມເດັດພະເຈົ້າມະຫາຊີວິດ ຍີ່ປູ່ນ, ເຈລະຈາກັບນາຍົກລັດຖະມົນຕີ ຍີ່ປູ່ນ, ກ່າວປາໄສທີ່ພິທີໄຂການສຳມະນາວິສາຫະກິດພາກເອກະຊົນ 2 ປະເທດ, ພົບປະກັບວິສາຫະກິດ ຍີ່ປູ່ນ.