ນາຍົກລັດຖະມົນຕີDavidCameronຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີDavidCameronຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ພິທີຕ້ອນຮັບທ່ານ David Cameron  (ພາບປະກອບ)

(vovworld) - ​ໂດ​ຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ສສ. ຫວຽດນາມ ຫງວຽນ​ເຕີ໋ນຢຸງ, ທ່ານ​ນາຍົກລັດຖະມົນຕີ ສະຫະພັນ​ລາຊະ​ອານາຈັກ ອັງກິດ ​ແລະ ​ໄອ​ແລນ​ເໜືອ David Cameron ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງວັນ​ທີ 29 – 30/7/2015. ຮ່ວມ​ເດີນທາງ​ພ້ອມກັບ​ຄະນະ​ມີ: ຫົວໜ້າ​ຫ້ອງວ່າການນາຍົກລັດຖະມົນຕີ​ທ່ານ Ed Llewenlly; ທີ່ປຶ​ກສາດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດທ່ານ Kim Darroch; ​ທ່ານເອກ​ອັກຄະ​ລັດຖະທູດສະຫະພັນ​ລາຊະ​ອານາຈັກ ອັງກິດ ​ແລະ ​ໄອ​ແລນ​ເໜືອ ປະຈຳ ຫວຽດນາມ Giles Lever; ທ່ານລັດຖະມົນຕີ​ຮັບຜິດຊອບກະຊວງ​ການ​ຕ່າງປະ​ເທດ ອັງກິດ Hugo Swire; ທ່ານລັດຖະມົນຕີ​ຮັບຜິດຊອບ​ກ່ຽວກັບ​ການ​ຄ້າ ​ແລະ ການ​ລົງທຶນ ກະຊວງ​ການ​ຕ່າງປະ​ເທດ ອັງກິດ ​ແລະ ຜູ້​ຕ່າງ​ໜ້າ​ພາກສ່ວນ​ຕ່າງໆອັນ​ຈຳນວນ​ໜຶ່ງ...

              ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ອັງກິດ ​​ແມ່ນ​ເພື່ອແນ​ໃສ່​ແລກປ່ຽນ​ບັນດາ​ມາດ​ຕະການ, ທິດ​ທາງ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອັງກິດ ເລິກ​ເຊິ່ງກ່ວາ​ອີດ. ຊຸກຍູ້​ບັນດາ​ທ່າ​ແຮງ ​ແລະ ຄວາມ​ສາມາດ​ປົ່ນ​ຊ້ອນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ລົງທຶນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ການ​​ເງິນ - ທະນາຄານ, ການ​ສຶກສາ - ບຳລຸງ​ສ້າງ, ການປ​້ອງກັນ​ຊາດ…ພ້ອມ​ກັນ​ນັ້ນ, 2 ຝ່າຍ​ຈະ​ແລກປ່ຽນ​ກ່ຽວ​ກັບການ​​ເພີ່ມ​ທະວີການ​ຮ່ວມ​ມື ​ແລະ ສະໜັບ​ສະ​ນູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ ​ແລະ ອົງການ​ສາກົນ.
    ຕອນ​ບ່າຍ​ວັນ​ທີ 29/7, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ້ນ​ຢຸງ ໄດ້​ເປັນ​ປະ​ທານພິ​ທີ​ຕ້ອນ​ຮັບ ແລະ ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ສະຫະພັນ​ລາຊະ​ອານາຈັກ ອັງກິດ ​ແລະ ​ໄອ​ແລນ​ເໜືອ David Cameron. ທີ່​ການ​ເຈ​ລະ​ຈາ, ທ່າ​ນນາຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້​ພ້ອມ​ກັນ​ແລກ​ປ່ຽນ​ທິດ​ທາງ ແລະ ເປັນ​ເອ​ກະ​ພາບ​ກັນ​ບັນ​ດາ​ມາດ​ຕະ​ການ ແນ​ໃສ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ອັງ​ກິດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ, ຊຸກ​ຍູ້​ບັນ​ດາ​ທ່າ​ແຮງ ແລະ ຄວາມ​ສາ​ມາດ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ພາຍຫຼັງ​ການ​ເຈ​ລະ​ຈາ, ທ່າ​ນນາຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ບາງ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ຈຳ​ນວນ​ໜຶ່ງ.

ຂ່າວ/ບົດ​ອື່ນ