ນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດໃຫ້ຄຳໝັ້ນສັນຍາມຸ່ງໄປເຖິງແຜນງົບປະມານມີຄວາມດຸ່ນດຽງ

ນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດໃຫ້ຄຳໝັ້ນສັນຍາມຸ່ງໄປເຖິງແຜນງົບປະມານມີຄວາມດຸ່ນດຽງ - ảnh 1
ທ່ານ​ນາງ Theresa May ​
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ດ້ວຍ​ບົດບາດ​ໃໝ່​ເປັນ​ນາຍົກລັດຖະມົນຕີ ອັງກິດ, ທ່ານ​ນາງ Theresa May ​ໃຫ້​ຄຳ​ໝັ້ນ​ສັນຍາ​ນຳ​ປະ​ເທດ ອັງກິດ ​ມຸ່ງ​ໄປ​ເຖິງ​ແຜນ​ງົບ​ປະມານ​ມີ​ຄວາມ​ດຸ່ນດຽງ ​ແລະ ຢັ້ງຢືນ​ຈະ​ມີ​ບັນດາ​ຂໍ້​ຈຳກັດ​ທີ່​​ເຄັ່ງ​ຄັດ​ສຳລັບ​ບໍ່​ວ່າ​ບ້ວງ​ເງິນ​ກະ​ຕຸ້ນ​ຄວາມ​ຕ້ອງການ​ເສດຖະກິດ​ໃດໆ​ທີ່ ລັດຖະບານ​ສາມາດ​ຄິດ​​ໄລ່​ໃນ​ອະນາຄົດ​ເພື່ອ​ແນ​ໃສ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງ​ເລື່ອງ​ປະ​ເທດ​ນີ້​ຖອນ​ຕົວ​ອອກ​ຈາກ​ສະຫະພາບ ​ເອີ​ລົບ (ອີ​ຢູ), ຫຼື ຍັງ​ເອີ້ນ​ວ່າ Brexit. ທ່ານ​ນາງ​ນາຍົກລັດຖະມົນຕີ Theresa May ​ໄດ້​ຍົກ​ອອກ​ຄຳ​ໝັ້ນ​ສັນຍາ​ດັ່ງກ່າວ​ປຽງ​ເໝືອ​ໜຶ່ງ​ໃນ​ບັນດາ​ໂຄງການ​ສຳຄັນ​ເພື່ອ​​ແກ້​ໄຂ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຂອງ​ພື້ນຖານ​ເສດຖະກິດ ອັງກິດ ພາຍຫຼັງ Brexit. ກ່ອນ​ໜ້າ​ນັ້ນ, ນັກ​ຊ່ຽວຊານ​ບາງ​ທ່ານ​ໄດ​້ຍອມຮັບ​ວ່າ​ລັດຖະບານ ອັງກິດ ​ໃນ​ສະ​ໄໝ​ຂອງ​ທ່ານ​ນາງ Theresa May  ຈະ​ນຳ​ໃຊ້​ທຸກໆ​ມາດ​ຕະການ​ເພື່ອ​ສະກັດ​ກັ້ນ​ໄພ​ຊຸດ​​ໂຊມ​ຂອງ​ພື້ນຖານ​ເສດຖະກິດ​ພາຍຫຼັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ປະ​ເທດ​ນີ້​ປ່ອນ​ບັດ​ຖອນອອກ​ຈາກ ອີ​ຢູ.


ຂ່າວ/ບົດ​ອື່ນ