ນາຍົກລັດຖະມົນຕີຊີ້ນຳການແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມຢູ່ພາກກາງ,ໄຕງວຽນ

ນາຍົກລັດຖະມົນຕີຊີ້ນຳການແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມຢູ່ພາກກາງ,ໄຕງວຽນ - ảnh 1
ບັນດາແຂວງພາກກາງຍັງຄົງຖືກນ້ຳຖ້ວມຢ່າງຮ້າຍແຮງ
(ພາບ: dantri.com.vn)

(vovworld) – ​ຝົນຕົກ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ ​ແລະ ​ໄຕ​ງວຽນ ​ໄດ້​ເຮັດ​​ໃຫ້ 34 ຄົນ​ເສຍ​ຊີວິດ ​ແລະ ຫາຍ​ສາບ​ສູນ, ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ກ່ຽວ​ກັບ​ເສດຖະກິດ, ຊັບ​ສິນ, ສົ່ງ​ຜົນ​ສະທ້ອນ​ຢ່າງ​ໜັກ​ໜ່ວງ​ເຖິງ​ການ​ຜະລິດ, ຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ຊີ້ນຳກະຊວງ​ການ​ເງິນ​ສະໜອງ​​ເຂົ້າສານ​ກ່ວາ 5.000 ​ໂຕນ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ຢູ່​ແຂວງ ​ແງ້ອານ, ຮ່າ​ຕິ້ງ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໄດ້​ສະໜອງ​ ວັກ​ຊິນ​ປ້ອງ​ກັນ​ພະຍາດສັດ​ຈຳນວນ​ໜຶ່ງ​ໃຫ້​ບັນດາ​ແຂວງ​ຖືກ​ນ້ຳ​ຖ້ວມ. ທ້ອງ​ຖິ່ນ​ຕ່າງໆ​ພວມ​ລະດົມ​ທຸກໆ​ພາຫະນະ, ກຳລັງ, ຈັດ​ຕັ້ງການ​ໜູນ​ຊ່ວຍ​ທັນ​ຍາ​ຫານ, ນ້ຳ​ດື່ມ, ​ບັນດາ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໃຫ້​ແກ່​ປະຊາຊົນ, ຮັບປະກັນ​ບໍ່​ປະ​ໃຫ້ປະຊາຊົນ​ຜູ້​ໃດ​ຖືກ​ອຶດຫິວ.

    ທ່ານ​ນາຍົກລັດຖະມົນຕີຫາ​ກໍ່​ມີ​ໂທລະ​ເລກ​ຮຽກ​ຮ້ອງ​​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະ​ຄອນ​ສືບ​ຕໍ່​ກວດກາ, ​ເປັນ​ເຈົ້າ​ການ​​ອົບ​ພະຍົບປະຊາຊົນ​ອອກ​ຈາກ​ເຂດ​​ອັນຕະລາຍ ມີ​ໄພ​ຖືກ, ນ້ຳ​ຖ້ວມ​​​ດິນ​ເຊາະ​ເຈື່ອນ ​ເຖິງ​ເຂດ​ປອດ​ໄພ. ທ່ານ​ນາຍົກລັດຖະມົນຕີຝາກຄຳຢື້​ຢາມ​ຖາມ​ຂ່າວ, ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຍາດຕິ​ພີ່ນ້ອງ​ບັນດາ​ຄອບຄົວ​ມີ​ຜູ້​ເສຍ​ຊີວິດ, ຫາຍ​ສາບ​ສູນ, ຜູ້​ຖືກ​ບາດ​ເຈັບ.

 



ຂ່າວ/ບົດ​ອື່ນ