ນາຍົກລັດຖະມົນຕີຊີ້ນຳເພີ່ມທະວີການປະຕິບັດປະກັນສັງຄົມ,ປະກັນສຸຂະພາບ

ນາຍົກລັດຖະມົນຕີຊີ້ນຳເພີ່ມທະວີການປະຕິບັດປະກັນສັງຄົມ,ປະກັນສຸຂະພາບ - ảnh 1
ພາ​ບ​ປະ​ກອບ

(vovworld) – ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຫາກໍ່​ມີ​ຄ​ຳ​ສັ່ງ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປະ​ຕິ​ບັ​ດ​ນະ​ໂຍ​ບາຍ​​ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ​ແມ່ນ ຄຳ​ສັ່ງ​ຊີ້​ແຈ້ງວ່າ: ປະ​ກັນ​ສຸ​ຂະ​ພາບ, ປະ​ກັນ​ສັງ​ຄົມ​ແມ່ນ 2 ນະ​ໂຍ​ບາຍ​ສຳ​ຄັນ​ຂອງ​ລະ​ບົບ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ ແລະ ລັດ, ຊີ້​ນຳ​ປະ​ຕິ​ບັດ​ຜ່ານຫຼາຍ​ມະ​ຕິ ແລະ ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ. ຫຼາຍ​ນະ​ໂຍ​ບາຍ​ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ​ໄດ້​ຕອ​ບ​ສະ​ໜອງ​ຄວາມ​ມຸ່ງມ​າດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ໃນ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ເພື່ອ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍກໍ່​ຄື​ແກ້​ໄຂ​ບັນ​ດາ​ຂໍ້​ຈຳ​ກັດ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ກ່ຽວ​ກັບ​ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ​ເປັນ​ຢ່າງ​ດີ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຮຽກ​ຮ້ອງ​ລະ​ດົມ​ທຸກໆ​ແຫຼ່ງ​ກຳ​ລັງ​ໜູນ​ຊ່ວຍ​ປະ​ຊ​າ​ຊົນ​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ, ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ພ້ອມ​ທັງ​ແກ້​ໄຂ​ບັນ​ດາ​ການ​ສວຍ​ໃຊ້, ຫາ​ຜົນ​ປະ​ໂຫຍດ​​ຈາກກອງ​ທຶນ​ປະ​ກັນ​ສຸ​ຂະ​ພາບ.

 


ຂ່າວ/ບົດ​ອື່ນ