ນາຍົກລັດຖະມົນຕີຍີ່ປຸ່ນກຳນົດເວລາຍຸບເລີກສະພາຕ່ຳ

ນາຍົກລັດຖະມົນຕີຍີ່ປຸ່ນກຳນົດເວລາຍຸບເລີກສະພາຕ່ຳ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
(ພາບ: baomoi.com)

(vovworld) – ​​ວັນ​ທີ 18/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຖະ​ແຫຼງ​ຈະ​ຍຸບ​ເລີກ​ສະ​ພາ​ຕ່ຳ​​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 21/11, ​ ເພື່ອ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ, ພ້ອມ​ທັງ​ຢັ້ງ​ຢ​ືນ​ໂຈະ​ແຜນ​ການ​ເພີ່ມອາ​ກອນໃນ​ໃຊ້​ສອຍ (ຂຶ້ນ​ເຖິງ 10%) ຍ້ອນ​ສະ​ພາບ​ເສດ​ຖະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ຕາມ​ແຜນ​ການ​ແລ້ວ, ການ​ ​ຫາ​ສຽງ​ເລືອກ​ຕັ້ງ​ດຳ​ເນີນ​ແຕ່​ວັນ​ທີ 2/12 ແລະ ການ​ເລືອກ​ຕັ້ງ​ທາງ​ການ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 14/12. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ກໍ່​ຢືນ​ຢັນ​ທ່ານ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຖ້າ​ຫາກ​ພັກ ປະ​ຊາ​ທິ​ປະ​ໄຕ​ເສ​ລີ (LDP) ກຳ​ອຳ​ນາດບໍ່​ຮັກ​ສາ​​ທີ່​ນັ່​ງ​ຈຳ​ນວນຫຼາຍ​ໃນ​ສະ​ພາ​ຕ່ຳ. ໃນ​ຖະ​ແຫຼງ​ການ, ທ່ານ​ Abe ຢືນ​ຢັນ​ຈະ​ຮຽບ​ຮຽງ​ບ້ວງ​ເງິນ​ເພີ່ມ​ເຕີມ​ໃຫ້​ງົບ​ປະ​ມານ​ປີ​ການ​ເງິນ 2014 ເພື່ອ​ຊຸກ​ຍູ້​ການ​ໃຊ້​ສອຍ ແລະ ບໍ່​ຄວນ​ປະ​ລະ​ກາ​ລະ​ໂອກາດ​ແກ້​ໄຂ​ສະ​ພາບ 15 ປີ​ຖືກ​ຕົກ​ລາ​ຄາ​ເສດ​ຖະ​ກິດ​ຢ່າງ​ຕໍ່​ເນື່ອງ. ທ່ານ​ໃຫ້​ຮູ້​ວ່າ, ເສດ​ຖະ​ກິດ ຍັງ​ບໍ່​ທັນ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຟື້ນ​ຟູ ແລະ ຈະ​ບໍ່​ປະ​ລະ​ຄຳ​ໝັ້ນ​ສັນ​ຍາ​ຟື້ນ​ຟູ​ພື້ນ​ຖານ​ການ​ເງິນ​ຂອງ ຍີ່​ປຸ່ນ.



ຂ່າວ/ບົດ​ອື່ນ