ນາຍົກລັດຖະມົນຕີຍີ່ປຸ່ນໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມສຳພັນຍີ່ປຸ່ນ - ອາເມລິກາ
(ພາບປະກອບ)
(vovworld) – ທີ່ການຕ້ອນຮັບທ່ານປະທານສະພາເສນາທິການໃຫຍ່ກອງທັບປະສົມອາເມລິກາ ນາຍພົນ Martin Dempsey, ຢູ່ນະຄອນຫຼວງ ໂຕກຽວ, ວັນທີ 25/03, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ, ຜ່ານການໄປປະຕິບັດງານຢູ່ອາເມລິກາ ໃນໄລຍະຈະມາເຖິງ, ທ່ານຢາກສົ່ງສານທີ່ວ່າ, ໂຕກຽວ ແລະ ວໍຊິງຕັນ ຈະນຳໜ້າໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນອາຊີ - ປາຊີຟິກ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ Abe ກໍ່ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມສຳພັນລະຫວ່າງຍີ່ປຸ່ນ - ອາເມລິກາ. ສ່ວນນາຍພົນ Martin Dempsey ໃຫ້ຮູ້ວ່າ, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ຝາກຄວາມຫວັງເຂົ້າໃນການໄປປະຕິບັດງານເປັນທາງການເຖິງອາເມລິກາ ເປັນເວລາ 8 ວັນຂອງທ່ານນາຍົກລັດຖະມົນຕີ Abe, ຊຶ່ງເລີ່ມແຕ່ວັນທີ 26/04 ຈະມາເຖິງ. ນາຍພົນ Martin Dempsey ສະແດງຄວາມປາດຖະໜາວ່າ ບັນດາການພົວພັນ 2 ຝ່າຍອາເມລິກາ - ຍີ່ປຸ່ນ ຈະໄດ້ຮັບການປັບປຸງກວ່າອີກ.