ນາຍົກລັດຖະມົນຕີລາວຢ້ຽມຢາມສັນຖະວະໄມ້ຕີຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີລາວຢ້ຽມຢາມສັນຖະວະໄມ້ຕີຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ.ລາວ ທອງ​ລຸນ ສີ​ສຸ​ລິດ
(ພາບ​ປະ​ກອບ: TTXVN)

(vovworld) - ​​ຕອນ​ເຊົ້າ​ວັ​ນ​ທີ 15/05, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ.ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ​ບາວ ເລີ່ມ​ຕົ້ນ​ການ​ຢ້ຽ​ມ​ຢາມ​ສັນ​​ຖະ​ວະ​ໄມ​ຕີ​ ສ​ສ.ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ. ນີ້​ແມ່ນ​ການ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທ​ດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ. ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ແມ່ນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ, ເພີ່ມ​ທະ​ວີ​ຄ​ວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ສະ​ໜິດ​ຕິດ​ພັນ ແລະ ຊຸກ​ຍູ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ການ​ນຳ 2 ປະ​ເທດ.

ຂ່າວ/ບົດ​ອື່ນ