ນາຍົກລັດຖະມົນຕີລາວເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ7

ນາຍົກລັດຖະມົນຕີລາວເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ7 - ảnh 1
ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ
(ພາບ:TTXVN)

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe , ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລາວ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ-ຍີ່ປຸ່ນ ຄັ້ງ​ທີ 7 ​ເຊິ່ງ​ໄດ້​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 3-5/7 ຢູ່​ນະຄອນຫຼວງ​ໂຕ​ກຽວ, ປະ​ເທດຍີ່ປຸ່ນ. ກອງ​ປະຊຸມ​ແນ​ໃສ່​ຕີ​ລາຄາ​ຄືນ​ວິວັດທະນາ​ການຈັດ​ຕັ້ງ​ການ​ປະຕິບັດ​ບັນດາ​ໂຄງການ​ຂອງ​ກົນ​ໄກ​ແມ່​ນ້ຳຂອງ-​ຍີ່ປຸ່ນ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ພ້ອມ​ກັນ​ປຶກສາ​ຫາລື​ທິດ​ທາງ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອ​ມທັງ​ຜ່ານ​ແຜນການ​ຍຸດ​ທະ​ສາດ​ໂຕ​ກຽວ ​ໃໝ່​ປີ 2015. ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ນີ້, ຄາດ​ວ່າ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ຈະ​ເຂົ້າ​ຢ້ຽມຂຳ່ນັບ​ພະ​ເຈົ້າ​ຈັກກະພັດ​ຍີ່ປຸ່ນ; ​ເຂົ້າ​ຮ່ວມ​ກອງ​ປະຊຸມ 2 ຝ່າຍ ລາວ-​ຍີ່ປຸ່ນ; ພົບ​ປະ​ກັບ​ສະພາ​ລັດຖະສະພາ​ຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ 5 ປະ​ເທດ​ແມ່​ນ້ຳຂອງ (ກຳປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ ຫວຽດນາມ)-ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ.

     ຄາດ​ວ່າ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ຈະ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກເພື່ອ​ຮັບຮອງ​ເອົາ 2 ​ໂຄງການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ລັດຖະບານ​ຍີ່ປຸ່ນ ສະຫງວນ​ໃຫ້​ແກ່​ລັດຖະບານ​ລາວ​ຄື​ໂຄງການ​ຊ່ວຍ​ເຫຼືອລ້າ​ມີ​ມູນ​ຄ່າ 500 ລ້ານ​ເຢັນ ​ແລະ ​ໂຄງການ​ເກັບ​ກູ້ລູກ​ລະ​ເບີດບໍ່​ທັນ​ແຕກມີ​ມູນ​ຄ່າ 845 ລ້ານ​ເຢັນ.

ຂ່າວ/ບົດ​ອື່ນ