ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດຊູດັງມາຮັບໜ້າທີ່ການທູດຢູ່ຫວຽດນາມ

(VOVWORLD) -ທີ່ການຕ້ອນຮັບທ່ານ Mohamed Elmurtada Ismail Siraq, ເອກອັກຄະລັດຖະທູດສ.ຊູດັງ ເນື່ອງໃນໂອກາດມາຮັບໜ້າທີ່ການທູດຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ວອຍພອນຊູດັງ ຕໍ່ເລື່ອງທີ່ອາເມລິກາ ໄດ້ຍົກເລີກການຂວ້ຳບາດດ້ານເສດຖະກິດຢ່າງເປັນທາງການໃນປີ 2017 ແລະ ຫວັງວ່າ ນີ້ຈະແມ່ນກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມ ແລະ ຊູດັງ ຊຸກຍູ້ການແລກປ່ຽນການຄ້າ 2 ຝ່າຍ.

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດຊູດັງມາຮັບໜ້າທີ່ການທູດຢູ່ຫວຽດນາມ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບ

ເອກອັກຄະລັດຖະທູດຊູດັງມາຮັບໜ້າທີ່ການທູດຢູ່ຫວຽດນາມ)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, 2 ປະເທດຫວຽດນາມ - ຊູດັງ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຍົກສູງປະສິດທິຜົນການຮ່ວມມືກວ່າອີກ, ຜ່ານນັ້ນຍົກວົງເງິນການຄ້າ 2 ສົ້ນຂຶ້ນ. ສະນັ້ນ, ທ່ານນາຍົກລັດຖະມົນຕີຫວັງວ່າ, ທ່ານເອກອັກຄະລັດຖະທູດຈະຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມດ້ານການຄ້າ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດ ແລະ ກາລະໂອກາດລົງທຶນດຳເນີນທຸລະກິດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢູ່ບັນດາຂົງເຂດທີ່ມີທ່າແຮງກວ່າອີກ ຄື: ໂທລະຄົມມະນາຄົມ, ກະສິກຳ, ສິນໃນນ້ຳ, ນ້ຳມັນອາຍແກັດ… ຕາມທ່ານນາຍົກລັດຖະມົນຕີແລ້ວ, 2 ຝ່າຍກໍ່ຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ລົງນາມໃນສັນຍາຕ່າງໆໂດຍໄວ ເພື່ອສ້າງສຳເລັດຂອບເຂດນິຕິກຳໃຫ້ແກ່ການຮ່ວມມື 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ