ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລະລັດຖະທູດຄົນໃໝ່ຂອງມຽນມາ
![ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລະລັດຖະທູດຄົນໃໝ່ຂອງມຽນມາ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2017_04_10/thu_tuong_tiep_dai_su_myan.jpg)
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເອກອັກຄະລະລັດຖະທູດມຽນມາປະຈຳຫວຽດນາມ Kyaw So Win |
(vovwold)- ຕອນບ່າຍວັນທີ 10/4 ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລະລັດຖະທູດມຽນມາປະຈຳຫວຽດນາມ Kyaw So Win ເນື່ອງໃນໂອກາດມາຮັບໜ້າທີ່ການທູດຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະແດງຄວາມຫວັງວ່າ ທ່ານເອກອັກຄະລະລັດຖະທູດມຽນມາປະຈຳຫວຽດນາມ Kyaw So Win ສືບຕໍ່ປະກອບສ່ວນເຂົ້າໃນສາຍພົວພັນອັນດີງາມລະຫວ່າງ 2 ປະເທດ, ຊຸກຍູ້ບັນດາໂຄງການລົງທຶນ ແລະ ການຄ້າ 2 ຝ່າຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ 2 ປະເທດສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງເພື່ອຊຸກຍູ້ການພົວພັນລະຫວາງ 2 ປະເທດໃຫ້ພັດທະນາຢ່າງດີງາມ.
ແລະ ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລະລັດຖະທູດກາຕາ ປະຈຳຫວຽດນາມ Mohamed Ismail Al Emadi ຢ່າງສະໜິດສະໜົມ.