ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບກະສັດຊູແອດ

(VOVWORLD) -ຕອນບ່າຍວັນທີ 27 ພຶດສະພາ, ຢູ່ນະຄອນຫຼວງ Stockholm, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບກະສັດຊູແອດ Cari XVI Gustav.

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບກະສັດຊູແອດ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ພົບປະເຈລະຈາກັບກະສັດຊູແອດ Cari XVI Gustav

(ພາບ: TTXVN)

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ຂໍຖືເປັນກຽດເຊື້ອເຊີນກະສັດ ແລະ ພະມະເຫສີ ຍາດເວລາເພື່ອໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

        ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ, ຍາມໃດປະຊາຊົນຫວຽດນາມ ກໍ່ເຄົາລົບນ້ຳໃຈມິດຕະພາບ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າເຊິ່ງປະຊາຊົນຊູແອດ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນເມື່ອກ່ອນ ກໍຄືປະຈຸບັນ.

        ສ່ວນກະສັດຊູແອດ Cari XVI Gustav ຢືນຢັນວ່າ, ຍາມໃດກໍ່ຍັງຄົງມີຄວາມປະທັບໃຈອັນດີງາມກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ໃນການຢ້ຽມຢາມຫວຽດນາມ ເມື່ອປີ 2004 ພ້ອມກັບພະມະເຫສີ, ນັບຖືເຈດຈຳນົງບືນຕົວຂຶ້ນຂອງປະຊາຊົນຫວຽດນາມ ແລະ ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ຍາດມາໄດ້ໃນເສັ້ນທາງພັດທະນາເສດຖະກິດ, ສັງຄົມ. ກະສັດຊູແອດ ຢືນຢັນວ່າ, ຊູແອດ ຍາມໃດກໍ່ສະໜັບສະໜູນການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງ ແລະ ມີປະສິດທິຜົນກວ່າອີກ, ສະໜັບສະໜູນການພົວພັນຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ ແລະ ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ເຊິ່ງ 2 ປະເທດພວມມຸ່ງໄປເຖິງ.

        ໃນຂອບເຂດການຢ້ຽມຢາມຊູແອດຢ່າງເປັນທາງການ, ຕອນບ່າຍວັນທີ 27 ພຶດສະພາ, ທ່ານນຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມກຸ່ມບໍລິສັດ AstraZeneca, ເຊິ່ງແມ່ນວິສາຫະກິດຜະລິດການຢາແຖວໜ້າຂອງຊູແອດ; ພົບປະກັບບັນດາດນັກການທູດ, ນັກຊ່ຽວຊານຊູແອດ, ຄະນະບໍລິຫານ, ຄະນະກຳມະການຫວຽດນາມ - ລາວ - ກຳປູເຈຍ, ເພື່ອນມິດຊູແອດ ຢູ່ນະຄອນຫຼວງ Stockholm.

ຕອບກັບ

ຂ່າວ/ບົດ​ອື່ນ