ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມວຽກງານຍຸດຕິທຳ 2017


ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມວຽກງານຍຸດຕິທຳ  2017 - ảnh 1
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກເຂົ້າ​ຮ່ວມ​ ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ຍຸດ​ຕິ​ທຳ ​ທ​ົ່ວປະ​ເທດ​ປີ 2017

(vovworld)- ຕອນ​ເຊົ້າ​ວັນ​ທີ 13/12, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽ​ດ ນາມ ຫງວຽນ​ຊວນ​ຟຸກ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ຍຸດ​ຕິ​ທຳ ​ທ​ົ່ວປະ​ເທດ​ປີ 2017. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽ​ດ ນາມ ຫງວຽນ​ຊວນ​ຟຸກ​ໄດ້ສະ​ເໜີ​ຂະ​ແໜງ​ຄວນ​ເປັນ​ເຈົ້າ​ການ​ເປັນ​ເສ​ນາ​ທິ​ການ​ຕໍ່​ລັດ​ຖະ​ບານ, ​ນາ​ຍົກ​ລັດ​ຖະ​ມົນ​ຕີກ່ຽວ​ກັບ​ວິ​ທີ​ການ​ຫັນ​ເປັນ​ລະ​ບອບ​ລະ​ບຽບ​ການຢ່າງ​ຄົບ​ຖ້ວມ, ທັນ​ການ, ປ່ຽນ​ແປງ​ໃໝ່​ຢ່າງ​ຖືກ​ກັບ​ຈິດ​ໃຈ​ບັນ​ດາ​ມະ​ຕິ​ຂອງ​ພັກ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽ​ດ ນາມ ຫງວຽນ​ຊວນ​ຟຸກ​ສະ​ເໜີ​ກະ​ຊວງ​ຍຸດ​ຕິ​ທຳ​ຕ້ອງ​ປະ​ຕິ​ບັດ​ໂຄງ​ການ​ສ້າງ​ກົດ​ໝາຍ​ໃຫ້​ເປັນ​ຢ່າງດີກ​່​ວາ​ອີກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽ​ດ ນາມ ຫງວຽນ​ຊວນ​ຟຸກ​ກ່າວ​ວ່າ : (ເທບ)

    “ ຂ້າ​ພະ​ເຈົ້າ​ສະ​ເໜີ​ເຮັດ​ຂອດກວດ​ກາ, ຕ້ານ​ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ເປັນ​ກຸ່ມ​ໃນ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການເປັນ​ຢ່າງ​ດີ. ພວກ​ເຮົາ​ບໍ່​ຍອມ​ຮັບ​ທາງ​ດ້ານ​ເອ​ກະ​ສານ​ນິ​ຕິ​ກຳ​ທີ່​ປະ​ກາດ​ໃຊ້​ບໍ່​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທົ່ວ​ທັງ​ສັງ​ຄົມ, ຫາກ​ເພື່ອ​ຜົນ​ປະ​ໂຫຍດສະ​ເພາະຂອງກະ​ຊວງ, ຂະ​ແໜງ​ການ​ໃດ​ໜຶ່ງ. ຍ້ອນ​ກະ​ຊວງ​ຍຸດ​ຕິ​ທຳ​ເອງ, ກໍ​ຖອດ​ຖອນ​ບົດ​ຮຽນ ແລະ ເປັນ​ແບບ​ຢ່າງ​ຕໍ່​ວຽກ​ງານນີ້ ”
ຂ່າວ/ບົດ​ອື່ນ