ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີປະກາດການສ້າງຕັ້ງກອງບັນຊາການການຮົບທາງເຄືອຂ່າຍອິນເຕີເນັດ

(VOVWORLD) -ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມໄດ້ຈັດພິທີປະກາດຂໍ້ຕົກລົງວ່າ ດ້ວຍການສ້າງຕັ້ງກອງບັນຊາການການຮົບທາງເຄືອຂ່າຍອິນເຕີເນັດ. 
ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີປະກາດການສ້າງຕັ້ງກອງບັນຊາການການຮົບທາງເຄືອຂ່າຍອິນເຕີເນັດ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ການສ້າງຕັ້ງກອງບັນຊາການການຮົບທາງເຄືອຂ່າຍອິນເຕີເນັດ ແມ່ນສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງພັກ, ລັດທີ່ມີຕໍ່ກອງທັບໃນການມອບໝາຍໜ້າທີ່ສູ້ຮົບໃນສະໜາມຮົບໃໝ່. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ : 

    “ ການນຳຊີ້ນຳການສ້າງຕັ້ງກອງບັນຊາການ ແລະ ກຳລັງການຮົບທາງເຄືອຂ່າຍອິນເຕີເນັດ ຕ້ອງຈົ່ງຮັກພັກດີຢ່າງແທ້ຈິງ, ມີລະບຽບວິໄນ, ມີສະຕິປັນຍາ, ໄຫວພິບ,ເຄື່ອນໄຫວຢ່າງມີປະສິດທິຜົນເພື່ອມີກຳລັງແຮງຢ່າງພຽງພໍໃນການຕໍ່ສູ້ໃຫ້ໄດ້ຮັບໄຊຊະນະ, ປົກປັກຮັກສາອະທິປະໄຕແຫ່ງຊາດໃນລະບົບອິນເຕີເນັດ. ໂຄງປະກອບການຈັດຕັ້ງຕ້ອງກະທັດລັດ, ຕ້ອງນຳໃຊ້ເຄື່ອງມືທັນສະໄໝ ແລະ ຄົບຊຸດ. ຕ້ອງກຳແໜ້ນສະພາບການ, ເປັນເສນາທິການເພື່ອນຳສະເໜີແກ້ໄຂທຸກໆກໍລະນີຢ່າງທັນການ”

ຕອບກັບ

ຂ່າວ/ບົດ​ອື່ນ