ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງອຽນບ໋າຍ

(VOVWORLD) - ຕອນບ່າຍວັນທີ 03 ກຸມພາ, ຢູ່ອຽນບ໋າຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດເຄື່ອງອາໄຫຼ່ເອເລັກໂຕນິກ EDGE GLASS ສັງກັດບໍລິສັດຫຸ້ມສ່ວນ EDGE GLASS ຂອງສ.ເກົາຫຼີ, ຢູ່ຕາແສງ ບາວຮືງ, ນະຄອນອຽນບ໋າຍ ແລະ ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງອຽນບ໋າຍ.
ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງອຽນບ໋າຍ - ảnh 1 (ພິທີເລີ່ມລົງມືກໍ່ສ້າງ)

ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ແລະ ເຊື່ອໝັ້ນວ່າ, ນັກລົງທຶນຢູ່ທີ່ນີ້ຈະບັນລຸຜົນສຳເລັດ, ພ້ອມທັງເປີດກວ້າງການລົງທຶນ ເພື່ອໃຫ້ແຫ່ງນີ້ກາຍເປັນເຂດອຸດສາຫະກຳທີ່ທັນສະໄໝ. ຄາດວ່າ, ໂຮງງານຜະລິດເຄື່ອງອາໄຫຼ່ເອເລັກໂຕນິກ EDGE GLASS ຈະນຳເຂົ້າເຄື່ອນໄຫວໃນເດືອນ ເມສາ 2019.

        ພາຍຫຼັງເຂົ້າຮ່ວມພີທີເລີ່ມລົງມືກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງອຽນບ໋າຍ. ຢ້ຽມຢາມ ແລະ ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ຄອບຄົວແມ່ຫວຽດນາມ ວິລະຊົນ ແລະ ທະຫານເສຍອົງຄະຢູ່ນະຄອນອຽນບ໋າຍ.

ຕອບກັບ

ຂ່າວ/ບົດ​ອື່ນ