ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ຍົກສູງປະສິດທິຜົນແຫຼ່ງເງິນລົງທຶນພາກລັດ
ແທ່ງຈູງ -  
ກອງປະຊຸມຖືກຈັດຕັ້ງໃນຕອນເຊົ້າວັນທີ 21/4
|
(vovworld) - ກອງປະຊຸມຜ່ານເຄືອຂ່າຍ ອີນເຕີເນັດທົ່ວປະເທດສະຫລຸບ 3 ປີແຫ່ງການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່ຽວກັບ “ການກໍ່ສ້າງພື້ນຖານໂຄງລ່າງຄົບຊຸດເພື່ອແນໃສ່ນຳ ຫວຽດນາມ ກາຍເປັນປະເທດອຸດສາຫະກຳ ຕາມທິດທັນສະໄໝໃນປີ 2020 ໂດຍພື້ນຖານ” (ມະຕິ 13) ດຳເນີນໄປໃນຕອນເຊົ້າວັນທີ 21/4, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢັ້ງຢືນວ່າ: ປະສິດທິຜົນໃນການຄຸ້ມຄອງການລົງທຶນແຫ່ງລັດນັບມື້ນັບແໜ້ນແຟ້ນ ດ້ວຍການລະດົມບັນດາແຫຼງກຳລັງຫັນການລົງທຶນມາເປັນຂອງສັງຄົມໄດ້ປະກອບສ່ວນສຳຄັນຊຸກຍູ້ເສດຖະກິດສັງຄົມ ພັດທະນາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ປັບປຸງ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ບົນພື້ນຖານໄຈ້ແຍກບັນດາສິ່ງຄົງຄ້າງ, ຂໍ້ຈຳກັດພາຍຫຼັງ 3 ປີແຫ່ງການຜັນຂະຫຍາຍມະຕິເລກທີ 13, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ຊີ້ແຈ້ງວ່າ:
“ລະບອບ, ກົດໝາຍຂອງ ຫວຽດນາມ ໄດ້ຮັບການປະຕິຮູບຫຼາຍແລ້ວ ແຕ່ຍັງມີສິ່ງທີ່ຄົງຄ້າງຕ້ອງໄດ້ຮັບການປັບປຸງ… ດັ່ງນັ້ນ, ຂ້າພະເຈົ້າສະເໜີຕ້ອງກວດກາລະບອບ, ລະບຽບການບໍລິຫານໃຫ້ສົມບູບແບບ ເພື່ອໃຫ້ວຽກງານລົງທຶນນີ້ລະດົມໄດ້ແຫຼ່ງກຳລັງຫຼາຍກ່ວາຈາກສັງຄົມ. ພ້ອມທັງນຳໃຊ້ບັນດາແຫຼ່ງທຶນລະດົມໄດ້, ເຊິ່ງກ່ອນອື່ນໝົດແມ່ນນຳໃຊ້ຢ່າງມີປະສິດທິຜົນແຫຼ່ງທຶນຂອງລັດ, ເຮັດແນວໃດໃຫ້ກິດຈະກຳດີກ່ວາອີກ, ບໍ່ປະໃຫ້ເກີດປະກົດການຫຍໍ້ທໍ້… ນັ້ນແມ່ນວິທີປະຕິຮູບລະບອບລະບຽບການດີທີ່ສຸດ ແລະ ໝັ້ນຄົງ.”
ແທ່ງຈູງ