ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ຍູ້ແຮງການມອບສິດເປັນເຈົ້າຕົນເອງໃຫ້ບັນດາມະຫາວິທະຍາໄລຫຼາຍກ່ວາອີກ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ຍູ້ແຮງການມອບສິດເປັນເຈົ້າຕົນເອງໃຫ້ບັນດາມະຫາວິທະຍາໄລຫຼາຍກ່ວາອີກ - ảnh 1
ການ​ປະຊຸມ​ກ່ຽວ​ກັບ​ການ​ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງໃຫ້​ບັນດາ​ມະຫາວິທະຍາ​ໄລ​ຂອງ​ລັດ

(vovworld) – ຕອນ​ເຊົ້າ​ວັນ​ທີ 26/8, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ກ່ຽວ​ກັບ​ການ​ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງໃຫ້​ບັນດາ​ມະຫາວິທະຍາ​ໄລ​ຂອງ​ລັດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ກ່ຽວ​ກັບການ​ມອບ​ສິດ​ເປັນ​ເຈົ້າຕົນ​​ເອງ, ຮັບຜິດຊອບ​ເອງ​ໃຫ້​ບັນດາ​ມະຫາວິ​ທະຍາ​ໄລ​ຜ່ານ​ສະພາບ​ການ​ຕົວ​ຈິງ​ຢັ້ງຢືນວ່າ​ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ຖືກຕ້ອງ ​ແລະ ມີ​ບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນ. ດັ່ງ​ນັ້ນ​, ຈິດ​ໃຈ​ແມ່ນ​ຕັດສິນ​ໃຈ​ຍູ້​​ໄວ​ກ່ວາ, ​ແຮງ​ກ່ວາ​ເລື່ອງ​ມອບ​ສິດ​ເປັນ​ເຈົ້າຕົນ​ເອງ​ໃຫ້​ບັນດາ​ມະຫາວິທະຍາ​ໄລ ດ້ວຍ​ຈຸດໝາຍ​ສູງ​ສຸດ​ແມ່ນ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸ​ງສ້າງ, ​ເພື່ອ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ, ຕອບ​ສະໜອງ​ໃຫ້​ຄວາມ​ຕ້ອງການ​ຫັນ​ປະ​ເທດ​ຊາດເປັນ​ປະ​ເທດ​ອຸດສາຫະກຳ, ທັນສະ​ໄໝ. ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ພັກ ​ແລະ ລັດ​ເຮົາ​ຢັ້ງຢືນ​ການ​ສຶກສາ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂ​ອງພັກ​ກໍ່​ກຳນົດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ​ໃນ​ນັ້ນ​ຖື​ການ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ພິ​ເສດ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ​ຕິດ​ພັນ​ກັບ​ການ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ແມ່ນ ຂອດ​ບຸກທະລຸ​ຍຸດ​ທະ​ສາດ​ເພື່ອ​ໃຫ້​ພວກ​ເຮົາ​ຫັນປ່ຽນ​ກົນ​ໄກ​ເສດຖະກິດ, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ​ເພື່ອ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ, ​ເພື່ອ​ພັດທະນາ​ໄວ ​ແລະ ຍືນ​ຍົງ. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ຈິດ​​ໃຈ​ລວມ​ແມ່ນ “ການ​ສຶກສາ - ບຳລຸງ​ສ້າງ​ຕ້ອງ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ, ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ, ປັດ​ໄຈ​ມະນຸດ​ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ, ກຳລັງ​ແຮງ​ຂອງມະນຸດ​ແມ່ນ​ຢູ່​ໃນ​ພຸມ​ປັນຍາ, ຢູ່​ໃນ​ແຫຼ່ງຊັບພະຍາກອນ​ມະນຸດ.”

 


ຂ່າວ/ບົດ​ອື່ນ