ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບປະທານສະພາສູງຍີ່ປຸ່ນ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບປະທານສະພາສູງຍີ່ປຸ່ນ - ảnh 1
ທ່ານ ນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ
ທ່ານ ​ປະທານ​ສະພາ​ສູງ ຍີ່ປຸ່ນ Yamazaki Masaaki
(ພາບ: nguyentandung.org)

(vovworld) ​ ​ ຕອນທ່ຽງ​ວັນ​ທີ 08/12, ທີ່​ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ສູງ ຍີ່ປຸ່ນ Yamazaki Masaaki ທີ່ພວມ​ຢ້ຽມຢາມ ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຫວັງ​ວ່າ: ສະພາ​ສູງ, ສະພາ​ຕ່ຳ ຍີ່ປຸ່ນ ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ຫວຽດນາມ​ ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນ ​ແລະ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ກັບ​ສະພາ​ແຫ່ງ​ຊາດ ຫວຽດນາມ. ບົນ​ພື້ນຖານ​ນັ້ນ, ສະພາ​ແຫ່ງ​ຊາດ 2 ປະ​ເທດ​ຈະ​ສືບ​ຕໍ່​ສະໜັບສະໜູນ, ​ເພີ່ມ​ທະວີ​ການສົມທົບ​ກັນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ລັດຖະບານ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ, ​ເພື່ອ​ສັນຕິພາບ ​ແລະ ການພັດທະນາ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ປາດ​ຖະໜາ​ວ່າ 2 ປະ​ເທດຈະ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ຂົງ​ເຂດຕ່າງໆ​ກ່ວາ​ອີກ ຄື: ການ​ເມືອງ, ການ​ທູດ, ການ​ປ້ອງ​ກັນຊາ​ດ, ​ປ້ອງ​ກັນ​ຄວາມ​ສະຫງົບ, ສະໜັບສະໜູນ​ບັນດາ​ທັດສະນະ​ເຊິ່ງກັນ ​ແລະ ກັນບົນ​ເວທີ​ປາ​ໄສ​ສາກົນ; ຊຸກຍູ້​​ບັນດາ​ໂຄງການ​ຮ່ວມ​ມື​ໃນ​​ຂົງ​ເຂດ​​ຕ່າງໆໂດຍ​ໄວ​ຄື: ກະສິກຳ, ການ​ສຶກສາ, ການ​ຄ້າ ​ແລະ ການ​ລົງທຶນ. ຫວຽດນາມ ຫວັງ​ວ່າ: ສະພາ​ແຫ່ງ​ຊາດ, ລັດຖະບານ ຍີ່ປຸ່ນ ສືບ​ຕໍ່​​ໜູນ​ຊ່ວຍ​ທຶນ ODA ​ໃນລະດັບ​ສູງ​ໃຫ້ ຫວຽດນາມ ​ເພື່ອພັດທະນາ​ພື້ນຖານ​ໂຄງ​ລ່າງ; ​ເປີດ​ກ້ວາງ​ເປົ້າ​ໝາຍ​ພະຍາບານ, ນັກ​ສຶກສາ ຫວຽດນາມ ດຳ​ລົງ​ຊີວິດ, ອອກ​ແຮງ​ງານ​ຢູ່ ຍີ່ປຸ່ນ ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີ໋ນຢຸງ ປາດ​ຖະໜາ​ວ່າທ່ານ ປະທານ​ສະພາ​ສູງ ຍີ່ປຸ່ນ ມີ​ທັດສະນະ ​ແລະ ການ​ກະທຳ​ລະອຽດ​ໃນ​ການ​ຊຸກຍູ້​ໂຄງການ​ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ​ໂດຍ​ໄວ ​ເພື່​ອ ສາມາດຮັບ​ສະ​ໝັກ​ນັກ​ສຶກສາ, ​​ແລະ​ເລີ່​ມເຄື່ອນ​ໄຫວ​ແຕ່​ປີ 2016.

ຢືນຢັນ​ທັດສະນະ, ຫລັກ​ໝັ້ນ​ຂອງ ຫວຽດນາມ ກ່ຽວ​ກັບ​ສະພາບ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຊີ້​ແຈ້ງວ່າ: ​ເລື່ອງ​ຮັບປະກັນ​ສັນຕິພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ບົນ​ທະ​ເລ​ຕາ​ເວັນ​ອອກ​ແມ່ນມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ບໍ່​ພຽງ​ແຕ່​ສຳລັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ສຳລັບ​ປະຊາ​ຄົມ​ສາກົນ​ອີກ​ດ້ວຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ເຕື້ອງ​ຄືນ​ທັດສະນະ​ຂອງ​ຫວຽດນາມ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ​ດ້ວຍ​ສັນ​ຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ສ່ວນທ່ານ​ປະທານ​ສະພາ​ສູງ ຍີ່ປຸ່ນ Yamazaki Masaaki ກໍ່​ຢືນຢັນ​ຈະ​ສືບ​ຕໍ່​ສະໜັບສະໜູນ, ​ແລະ ປະກອບສ່ວນ​ຫຼາຍ​ກວ່າ​ອີກ ​ເພື່ອ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ, ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ.

ຂ່າວ/ບົດ​ອື່ນ