ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຢ້ຽມຢາມຖະໜົນດອກໄມ້ຢູ່ນະຄອນໂຮ່ຈີມິນ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຢ້ຽມຢາມຖະໜົນດອກໄມ້ຢູ່ນະຄອນໂຮ່ຈີມິນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢ້ຽມ​ຢາມ​ຖະ​ໜົນ​ປື້ມ
(ພາບ: Như Hùng)

(vovworld) – ຕອນ​ບ່າຍ​ວັນ​ທີ 17/2, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ການ​ນຳ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ, ການ​ນຳ​ນະ​ຄອນ ໂຮ​່​ຈີ​ມິນ ໄດ້​ໄປ​ຢ້ຽມ​ຢາມ​ຖະ​ໜົນ​ດອກ​ໄມ້ ແ​ດະ ງານ​ບຸນ​ຖະ​ໜົນ​ປື້ມ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຮັບ​ການ​ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ມະ​ແມ 2015 ໃນ​ຖະ​ໜົນ ຮ່າມ​ງີ (ເມືອງ 1, ນະ​ຄອນ ໂຮ່​ຈີ​ມິນ). ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສະ​ແດງ​ຄວາມ​ປະ​ເອີບ​ໃຈ​ຕໍ່​ການ​ຈັດ​​ສັນ ແລະ ຈັດ​ວາງ ດອກ​ໄມ້​, ປື້ມຊະ​ນິດ​ຕ່າງໆ​ທີ່​ໄດ້​ນຳ​ມາ​ວາງ​ສະ​ແດງ ແລະ ແນະ​ນຳ​ຢູ່​ທີ່ນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຕີ​ລາ​ຄາ​ສູງ​ນະ​ຄອນ ໂຮ່​ຈີ​ມິນ​ໄດ້​ກໍ່​ສ້າງ ແລະ ຮັກ​ສາ​ການ​ຈັດ​ຕັ້ງ​ຖະ​ໜົນ​ດອກ​ໄມ້, ຖະ​ໜົນ​ປຶ້​ມ​ປະ​ຈຳ​ປີ​ໃນ​ໂອ​ກາດ​ບຸນ​ເຕັດ, ສ້າງ​ຈຸດ​ນັດ​ພົບ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ປະ​ຊາ​ຊົນ​ນະ​ຄອນ ແລະ ບັນ​ດາ​ທ້ອງ​ຖິ່ນ​ມາ​ຢ້ຽມ​ຢາມ, ລະຫຼິ້ນ​ໃນ​ບຸນ​ເຕັດ.

        ຖະ​ໜົນ​ດອກ​ໄມ້ ແລະ ຖະ​ໜົນ​ປື້ມ​ນະ​ຄອນ​ໂຮ່​ຈີ​ມິນ​ປີ​ໃໝ່​ປີ​ມະ​ແມ 2015 ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ລະ​ຫວ່າງວັນ​ທີ 16 – 22/2.


ຂ່າວ/ບົດ​ອື່ນ